Posts

Showing posts from 2013

ມະຫາຊາດເຫວດສັນດອນຫຍໍ້ ໆ

ເນື້ອເລື່ອງຫຍໍ້ມະຫາເວສສັນດອນ ມີທັງໝົດ 13 ກັນ ມີ 1000 ພຣະຄາຖາ 1, ກັນທັສພອນ ມີ 19 ຄາຖາ ເລີ່ມຕັ້ງແຕ່ພຣະພຸດທະເຈົ້າຕຣັສຮູ້ ແລ້ວສະເດັດໄປເທດສະນາໂປຣດພຣະເຈົ້າພິມພິສານ ຕໍ່ຈາກນັ້ນສະເດັດໄປໂປຣດພຸດທະບິດາ ແລະ ພຣະປຣະຍູຣະຍາດທີ່ກຸງກະບິນລະພັດ ເກີດຝົນ ໂບກຂະຣະພັດ ພຣະສົງສາວົກຂາບທູນອາຣາດທະນາໃຫ້ຊົງສະແດງເລື່ອງ ມະຫາເວດສັນດອນຊາດົກ ເລີ່ມຕັ້ງແຕ່ເມື່ອກັບທີ 95 ນັບແຕ່ປັດຈຸບັນ ພຣະນາງຜຸດສະດີເຊີ່ງຈະຊົງເປັນພຣະມານດາຂອງພຣະເວດສັນດອນ ຊົງອະທິຖານຂໍເປັນມານດາຂອງຜູ້ມີໃຈບຸນ ຈົບລົງຕອນພຣະນາງໄດ້ຮັບພອນ 10 ປຣະການຈາກພຣະອິນ ອານິສົງຂອງຜຸ້ບູຊາກັນນີ້ຄື ຜູ້ນັ້ນຈະໄດ້ຮັບຊັບສົມບັດດັ່ງປາຖະໜາ ຖ້າເປັນສະຕຣີຈະໄດ້ສາມີທີ່ເປັນທີ່ຮັກທີ່ພໍໃຈ ບູລຸດຈະໄດ້ພັນລະຍາເປັນທີ່ຕ້ອງປະສົງອີກເຊັ້ນດຽວກັນຈະໄດ້ບຸດຍິງ-ຊາຍເປັນຄົນວ່ານອນສອນງ່າຍ ມີຮູບຮ່າງໜ້າຕາງົດງາມ ມີຄວາມປະພຶດດີກິຣິຍາມາລະຍາດຮຽບຮ້ອຍ 2. ກັນຫິມະພານ ມີ 134 ຄາຖາ ພຣະເວດສັນດອນຊົງເປັນພຣະຣາຊະໂອຣົດຂອງພຣະເຈົ້າສັນຊັຍກັບພຣະນາງຜຸດສະດີ ແຫ່ງແຄວ້ນສີວີຣາດ ປຣະສູດທີ່ຮ່ອມພໍ່ຄ້າ ຈິ່ງໄດ້ຊື່ວ່າເວສສັນຕະຣະ ເມື່ອພຣະເວດສັນດອນໄດ້ຮັບເວນຣາຊະສົມບັດຈາກພຣະບິດາ ໄດ້ພຣະຣາດຊະທານຊ້າງປັດຈັຍຍະນາເຄນແກ່ກະສັດແຄວ້ນກະລິງຄະຣາດ ປະຊາຊົນບໍ່ພໍໃຈ ພຣະເວດສັນດອນຈຶ…

ຄະຕິທັມຄຳຄົມ

Image

ວັດສີສະຫວ່າງວົງ

Image
ປະຫວັດວັດສີສະຫວ່າງວົງສ໌ ເມືອງແລະແຂວງໄຊຍະບູລີ ວັດສີສະຫວ່າງວົງສ໌ ເປັນວັດທີ່ຕັ້ງຢູ່ໃຈກາງເມືອງໄຊຍະບູລີ ແຂວງໄຊຍະບູລີ ໂດຍການອຸປະຖຳຈາກ 3 ໝູ່ບ້ານ ຄື: ບ້ານສີເມືອງ ບ້ານຖິ່ນ ບ້ານສີມຸງຄຸນ ແລະອອກຕົນຍາດໂຍມຫລາຍບ້ານ ທັງພາຍໃນແລະພາຍນອກ ປະເທດ ໄດ້ອຸປະຖຳບຳລຸງຕາມກຳລັງສັດທາ ວັດສີສະຫວ່າງຖືວ່າເປັນວັດທີ່ ສຳຄັນຂອງແຂວງ ຫຼືເປັນວັດຫຼວງຂອງແຂວງ ກໍ່ວ່າໄດ້ ນອກນີ້ຍັງເປັນທີ່ຕັ້ງຂອງອົງການປົກຄອງສົງສູງສຸດ ພາຍໃນແຂວງ, ໂຮງຮຽນ ມສ ສົງ, ຫ້ອງການສຶກສາສົງ, ຫ້ອງການ ອພສ ເມືອງ ແຕ່ລະປີ ມີພຣະສົງຈຳພັນສາຫລາຍທີ່ສຸດໃນໄຊຍະບູລີ ປີ 2015-2016 ມີພຣະສົງ ສາມະເນນຈຳພັນສາ 111 ອົງ. ຕາມປະຫວັດກ່າວ່າ ວັດສີສະຫວ່າງວົງສ໌ ສ້າງໃນສະໄຫມເຈົ້າຊີວິດສີສະຫວ່າງວົງສ໌ ໃນປີ ຄສ 1920 ພຣະອົງເປັນສັດທາສ້າງວັດສີສະຫວ່າງໃນແຂວງໄຊຍະບູລີ 2 (ແຫ່ງອີກວັດໜຶ່ງແມ່ນຕັ້ງຢູ່ເມືອງປາກລາຍ ຫ່າງຈາກເມືອງໄຊຍະບູລີ ປະມານ 200 ກິໂລແມັດ) ສຳຫລັບວັດສີສະຫວ່າງວົງເມືອງໄຊຍະບູລີ ສ້າງຂື້ນທຳອິດ ແມ່ນຕັ້ງຢູ່ແຄມນ້ຳຮຸ່ງ ບໍລິເວນຫົວຂົວນ້ຳຮຸ່ງປະຈຸບັນ ແຕ່ຍ້ອນໄພທຳມະຊາດນ້ຳຮຸ່ງເຊາະເຈື່ອນດິນວັດເຂົ້າມາທຸກປີ ສະໄຫມນັ້ນ ແມ່ນສາທຸໃຫຍ່ ສີດາ ເປັນເຈົາອາວາດ ພ້ອມກັບອອກຕົນຍາດໂຍມ ມີຄວາມເຫັນດີໃຫ້ຍ້າຍວັດໄປບ່ອນໃຫມ່ ທີ່ເຫມາະສົມກວ່າ ຈິ່ງສະເໜ…

ຄຳສະມາທານສິລ 10

ຄຳສະມາທານສິລ 10
ອຸກາສະ ກາຣຸນຍັງ ກັຕ໌ວາ ຕິສະເນນະສະຫະ ສີລານິ ເທຖະເມພັນເຕ ອະຫັງພັນເຕຯຯ ອະຫັງ ພັນເຕ ສະຣະນະ ສີລັງ ຍາຈາມິ. ທຸຕິຍັມປິ ອະຫັງ ພັນເຕ ສະຣະນະ ສີລັງ ຍາຈາມິ. ຕະຕິຍັມປິ ອະຫັງ ພັນເຕ ສະຣະນະ ສີລັງ ຍາຈາມິ.         ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະຯ ວ່າ 3 ເທື່ອ ພຸທທັງ ສະຣະນັງ ຄັສສາມິ ທັມມັງ ສະຣະນັງ ຄັສສາມິ ສັງຄັງ ສະຣະນັງ ຄັສສາມິ ທຸຕິຍັມປິ ພຸທທັງ ສະຣະນັງ ຄັສສາມິ ທຸຕິຍັມປິ ທັມມັງ ສະຣະນັງ ຄັສສາມິ ທຸຕິຍັມປິ ສັງຄັງ ສະຣະນັງ ຄັສສາມິ ຕະຕິຍັມປິ ພຸທທັງ ສະຣະນັງ ຄັສສາມິ ຕະຕິຍັມປິ ທັມມັງ ສະຣະນັງ ຄັສສາມິ ຕະຕິຍັມປິ ສັງຄັງ ສະຣະນັງ ຄັສສາມິ 1.ປານາຕິປາຕາ  ເວລະມະນິ ສິກຂາ ປະທັງ ສະມາ ທິຍາມິ 2.ອະທິນນາທານາ ເວລະມະນິ ສິກຂາ ປະທັງ ສະມາ ທິຍາມິ 3.ອະພຣັຫມະຈະຣິຍາ ເວລະມະນິ ສິກຂາ ປະທັງ ສະມາ ທິຍາມິ 4.ມຸສາວາທາຊາຕະຣຸປະຣະຊະຕະ ປະຕິຄະຫະນາ ເວລະມະນິ ສິກຂາ ປະທັງ ສະມາ ທິຍາມິ 5.ສຸລາເມຣະຍະມັຊຊະປະມາທັດຖານາ ເວລະມະນິ ສິກຂາ ປະທັງ ສະມາ ທິຍາມິ 6.ວິກາລະໂພຊະນາ ເວລະມະນິ ສິກຂາ ປະທັງ ສະມາ ທິຍາມິ 7.ນັຈຈະຄີຕະວາທິຕະວິສຸກະທັສສະນາ ເວລະມະນິ ສິກຂາ ປະທັງ ສະມາ ທິຍາມິ 8.ມາລາຄັນທະ ວິເລປະນະ ທາຣະນະ ມັນດະນະວິພູສະນັດຖານາ ເວລະມະນິ ສິກຂາ ປະທັງ ສະມາ ທິຍາມິ 9.ອຸຈຈາສະຍະ…

ອັນຕະລາຍຂອງພິກສຸຜູ້ບວດໃຫມ່.

1, ອັນຕະລາຍຂອງພິກສຸຜູ້ບວດໃຫມ່. ທັຍທີ່ເຮັດໃຫ້ຜູ້ບວດເຂົ້າມາໃນພຣະທັມວິນັຍນີ້ ອັນເປັນເຫດໃຫ້ການປະພຶດພົມມະຈັນຢູ່ບໍ່ໄດ້ຢືນນານ ເປັນເຫດໃຫ້ຕ້ອງລາສິກຂາໄປ ມີ 4 ຢ່າງຄື: 1,ອູມິພັຍ: ພັຍຄືຄື້ນ ຄື ອົດທົນຕໍ່ຄຳສັ່ງສອນບໍ່ໄດ້ ເກິດຄວາມທໍ້ແທ້ ເບື່ອໜ່າຍຕໍ່ຄຳສັ່ງສອນຕັກເຕືອນ 2,ກຸມພີລະພັຍ: ພັຍຄືແຂ້ ຄື ເຫັນແກ່ປາກແກ່ທ້ອງ ເມື່ອບວດເຂົ້າມາແລ້ວຕ້ອງຖືກຈຳກັດ ການຢູ່ການກິນ ບໍ່ໄດ້ກິນດັ່ງໃຈ ເກິດເບື່ອໜ່າຍໃນທີ່ສຸດ 3,ອາວະຕະພັຍ ພັຍຄືນ້ຳວົນ ຄື ຕັດຈາກກາມມະຄຸນບໍ່ໄດ້ ຫຼົງໄຫຼໃນຮູບ ໃນສຽງໃນກິ່ນເປັນຕົ້ນ 4,ສຸສຸກາພັຍ: ພັຍຄືປາຮ້າຍ  ເກິດຈາກຄວາມປາຖະໜາທາງເພດ ຮັກຜູ້ຍິງ
        ເມື່ອຜູ້ບວດເຂົ້າມາແລ້ວ ບໍ່ໄດ້ສຶກສາພຣະທັມວິນັຍຢ່າງຖືກຕ້ອງ ແລະບໍ່ເຂົາໃຈຂໍ້ວັຕປະຕິບັດ ເຮັດໃຫ້ຂາດຄວາມອົດທົນ ບໍ່ມີສະຕິຕໍ່ກິເລສທີ່ມາຄອບງວຳ ປ່ອຍໃຈໄປຕາມກະແສແຫ່ງກິເລສ ເມື່ອທົນບໍ່ໄດ້ກໍ່ລາສິກຂາໄປໃນທີ່ສຸດ.

ສັທທັນຕ໌ຊາດົກ

ສັທທັນຕ໌ຊາດົກ ໃນສະໄໝໜຶ່ງ ພຣະພຸດທະເຈົ້າປະທັບຢູ່ວັດເຊຕະວັນມະຫາວິຫານ ເມືອງສາວັດຖີ ຊົງປາລົບພິກສຸນີສາວອົງໜຶ່ງ ຜູ້ນັ່ງຟັງທັມລະນຶກເຖິງອາດີດຕະຊາດໄດ້ ແລ້ວສະແດງອາການ ຫົວຂວັນ ແລ້ວກໍ່ຮ້ອງໄຫ້ ພຣະພຸດທະເຈົ້າໄດ້ຕັດອາດີດຊາດົກວ່າ....... ກາລະຄັ້ງໜຶ່ງນານມາແລ້ວ ມີຊ້າງປະມານ 8,000 ເຊືອກມີລິດເຫາະໄປໃນອາກາດໄດ້ ອາສັຍສະນ້ຳສັດທັນຢູ່ໃນປ່າຫິມະພານ ຄັ້ງນັ້ນພຣະໂພທິສັດເກິດເປັນລູກຂອງຫົວໜ້າຊ້າງ ເປັນຊ້າງເຜືອກ ປາກແລະເລັບມີສີແດງ ເມື່ອເຕີບໂຕຂື້ນມາກໍ່ມີຮ່າງກາຍໃຫຍ່ກວ່າຊ້າງໂຕອື່ນ ໆ ງາມີແສງລັດສະໝີ 6 ປະການເປັ່ງອອກມາ ຢູ່ຕໍ່ມາເມື່ອຊ້າງຫົວໜ້າເສຍຊີວິດລົງ ຊ້າງພຣະໂພທິສັດໄດ້ເປັນຫົວໜ້າແທນ ມີຊື່ວ່າຊ້າງສັດທັນ ມີພັນລະຍາສອງເຊືອກຄື ມະຫາສຸພັດທາ ແລະຈຸນລະສຸພັດທາ ວັນໜຶ່ງໃນລະດູຮ້ອນ ປ່າຮັງມີດອກບານສະພັ່ງ ພະຍາຊ້າງສັດທັນໄດ້ພາບໍລິວານໄປຫາກິນທີ່ປ່າຮັງນັ້ນ ພະຍາຊ້າງໄດ້ຊົນຕົ້ນຮັງນັ້ນໃຫ້ດອກຫຼົ່ງລົງມາ ນາງຊ້າງຈຸນລະສຸພັດທາຢືນຢູຫົວລົມ ໃບຮັງແຫ້ແລະກິ່ງງ່າທີ່ມີມົດດຳມົດແດງໄປຕິດຢູ່ຮ່າງກາຍ ສ່ວນມະຫາສຸພັດທານັ້ນຢືນຢູ່ໃຕ້ລົມ ດອກຮັງແລະໃບ່ອ່ອນໂປຍລົງຖືກຮ່າງກາຍ ເມື່ອນາງຊ້າງຈຸນລະສຸພັດທາເຫັນແນວນັ້ນກໍ່ເກິດນ້ອຍໃຈ ວ່າພະຍາຊ້າງບໍ່ຮັກຕົນ ແລະຜູກອາຄາດຈ່ອງເວນພະຍາຊ້າງ ຕໍ່ມາອີກມື້ໜຶ່ງພະຍາຊ້າ…

ບຸນເຂົ້າພັນສາ

ຄຳວ່າພັນສາ ຫຼື ວັດສາ ໄດ້ແກ່ປີ ຫຼືລະດູຝົນ ຄຳວ່າເຂົ້າຄືເຂົ້າໄປຢູ່ປະຈຳບ່ອນໃດບ່ອນໜຶ່ງ ຕະຫຼອດ 3 ເດືອນໂດຍບໍ່ໄປຄ້າງຄືນ ຫຼືແຮມຄືນບ່ອນໃດ ປີ ໜຶ່ງມີກຳໜົດ ສອງເທື່ອຄື: ປຸຣິມິກາ ວັສສູປະນະນີກາ ເຂົ້າພັນສາຕົ້ນ ເລີ່ມແຕ່ມື້ແຮມ 1 ຄ່ຳເດືອນ  8 ຕາມປົກກະຕິມາດ ຖ້າເປັນອະທິກະມາດ ຄື 8 ສອງຫົນ ແມ່ນເຂົ້າພັນສາມື້ແຮມ 1 ຄ່ຳເດືອນແປດທີ່ສອງ ປັດສິມພັນສາ ຄືເຂົ້າພັນສາທີ 2 ເມື່ອພິກຂຸສົງບໍ່ທັນເພາະເຫດຈຳເປັນໃນການອະທິຖານເຂົ້າພັນສາແຮກ ກໍ່ເຂົາພັນສາຫຼັງ ເລີ່ມແຕ່ແຮມ 1ຄຳເດືອນ 9 ແລ້ວໄປອອກມື້ 15 ຄ່ຳເດືອນ 12  ບຸນເຂົ້າພັນສາຈິ່ງເປັນບຸນປະຈຳເດືອນ ແປດລາວ ຕາມຮີດ 12  ຄຳອະທິຖານເຂົ້າພັນສາ  ອິມັສມິງ ອາວາເສ ອິມັງ ເຕມາສັງ ວັສສັງ ອຸເປມິ ຖ້າຫຼາຍອົງກ່າວພ້ອມກັນວ່າ ອຸເປມະ
ມູນເຫດແຫ່ງການເຮັດບຸນ
 ມີເລື່ອງເລົ່າໄວ້ໃນວັດສຸປະນະຍິກາຂັນທະກະວ່າ ພິກຂຸບໍລິສັດທ່ຽວໄປໃນຊົນນະບົດບໍ່ມີເວລາພັກຜ່ອນ ທັງສາມລະດູ ໂດຍສະເພາະລະດູຝົນ ເຊິ່ງແມ່ນລະດູທີ່ຊາວນາເຮັດການຜະລິດປູກຝັງ ພຣະພິກຂຸເຫຼົ່ານັ້ນໄດ້ສັນຈອນໄປຢຽບເຂົ້າກ້າຂອງຊາວນາ ແລະຢຽບສັດນ້ອຍໃຫຍ່ໄດ້ຕາຍ ໄປ ດັ່ງນັ້ນພຣະພຸດທະເຈົ້າຈິ່ງຊົງອະນຸຍາດໃຫ້ພຣະສົງເຂົ້າຈຳພັນສາ ຢູ່ບ່ອນໃດບ່ອນໜຶ່ງ ຕາມພຸດທະປະເພນີຕະຫຼອດ 3ເດືອນ ໃນລະດູຝົນໂດຍບໍ່ໄດ້ໄປແຮມຄືນບ່ອນໃດ ເພ…

ຊໍ່ຟ້າສັນຍະລັກຈັກກະວານວິທະຍາທາງພຸດທະສາດສະໜາ

ຊໍ່ຟ້າສັນຍະລັກຈັກກະວານວິທະຍາທາງພຸດທະສາດສະໜາ
ຊໍ່ຟ້າເປັນສ່ວນປະກອບທາງສະຖາປັດຕະຍະກຳທາງພຸດທະສາສະໜາຂອງລາວ ສ່ວນຫຼາຍມັກຈະໃຊ້ຕົກແຕ່ງຫຼັງຄາວັດ ຫຼືພຣະຣາຊວັງໃນສະໄໝກ່ອນ ຊໍ່ຟ້າຍັງເປັນສັນຍະລັກທີ່ບົ່ງບອກເຖິງສະຖານທີ່ ແລະຜູ້ທີ່ຢູ່ອາໃສໃນທີ່ນັ້ນ ຈຶ່ງບໍ່ນຶຍົມມາໃຊ້ກັບບ້ານເຮືອນທົ່ວໄປ         ຊໍ່ຟ້າສ່ວນຫຼາຍມັກຈະຕັ້ງຢູ່ເຄິ່ງກາງຂອງຫຼັງຄາສິມ ສາລາຫຼືວິຫານ ມັກເຮັດເປັນຮຸບແບບຜາສາດເຟື້ອງ ຫຼືພູເຂົາພະສຸເມນ ຫຼືພູເຂົາສັດຕະບໍລິພັນ ເຊິ່ງເປັນແນວຄິດຄວາມເຊື່ອເລື່ອງສູນກາງຈັກກະວານ ອັນມີພູເຂົາພະສຸເມນເປັນໃຈກາງ ສ່ວນຢູ່ປາຍສຸດຂອງຫຼັງຄານັ້ນເອີ້ນວ່າ ໂຫງ່ ສ່ວນຫຼາຍມັກເຮັດເປັນຮູບຫົວນາກ ອາດຈະມາຈາກຄະຕິຄວາມເຊື່ອເລື່ອງນາກມາປອມບວດໃນພຣະພຸດທະສາສະນາແຕ່ພຣະພຸດທະເຈົ້າ ບໍ່ອະນຸຍາດໃຫ້ສັດເດັຍລະສານບວດໄດ້ ນາກຈິ່ງຂໍໃຫ້ເອົານາກມາເປັນສັນຍະລັກໄວ້ໃນສະຖານທີ່ທາງສາສະນາແທນ ແລະອີກຄະຕິໜຶ່ງແມ່ນຄົນລາວເຮົາສະໄຫມບູຮານມັກນິຍົມບູຊານາກ ຫຼືບັນທະບູລຸດລາວເຮົາສືບເຊື້ອສາຍມາຈາກນາກ ນາກຈິ່ງເປັນສັນຍະລັກຂອງຄົນລາວທີ່ປະກົດອອກມາທາງສະຖາປັດຕະຍະກຳແທນ         ຈັກກະວານຫຼືໂລກະທາດທີ່ມາຈາກຄວາມເຊື່ອຂອງສາສະນາພາມນັ້ນແບ່ງອອກເປັນ 3 ລະດັບ ຄື ສະຫວັນ ແຜ່ນດິນ ແລະບາດານ ຫຼື ເທວະໂລກ ມະນຸດໂລກ ແລະນາກພິພົບ ສ່ວນ…

ປະຫວັດພຣະພຸດທະສາສນາ.

ປະຫວັດພຣະພຸດທະສາສນາ.    ສາສນາພຸດເປັນສາສານປະເພດ ອະເທວນິຍົມ ແລະເປັນສາສນາທີ່ມີຄົນນັບຖືຫຼາຍທີ່ສຸດຂອງໂລກ ຮອງຈາກສາສນາ ຄຣິຕ, ສາສນາອິສສລາມ ແລະສາສນາຮິນດູ ປະຫວັດຄວາມເປັນມາຂອງສາສນາພຸດເລີ້ມແຕ່ ສະໄໝພຸດທະການ ຜູ້ປະກາດສາສນາແລະເປັນສາສດາຂອງສາສນາພຸດຄືພຣະສັມມາສັມພຸດທະເຈົ້າ ຊົງຕັສຮູ້ເມື່ອວັນຂື້ນ ໑໕  ເດືອນວິສາຂະຫຼືເດືອນ ໖ທີ່ຕົ້ນໄມ້ສີມະຫາໂພ ບ້ານອຸຮຸເວລາເສນານິຄົມ ແຄວ້ນມຄົດ ປະເທດອິນເດັຍ ໔໕ ປີກ່ອນ ພຸດທສັກຣາຊ ປະຈຸບັນສະຖານທີ່ນີ້ຮຽກວ່າ ພຸທຄຍາ ຢູ່ຫ່າງຈາກເມືອງຄຍາປະມານ ໑໑ ກິໂລແມັດ ປະຫວັດຄວາມເປັນມາຂອງພຣະພຸດທະສາສນາ ຫຼັງຈາກການປະກາດພຣະພຸດທະສາສນາແຜ່ໄປທົ່ວອິນເດັຍ ຫຼັງພຸທະປະຣິນີບພານ ໑໐໐ ປີຈີ່ງແຕກເປັນິກາຍຍ່ອຍ ໂດຍມີນິກາຍທີ່ສຳຄັນຄື: ເຖຣະວາດ ແລະມະຫາຍານ           ນິກາຍມະຫາຍານໄດ້ແຜ່ໄປຫຼາຍທົ່ວເອເຊັຍກາງ ເອເຊັຍຕາເວັນອອກຊຽງໃຕ້ ແລະເອເຊັຍຕາເວັນອອກ ເມື່ອສາສນາພຸດໃນອິນເດັຍເສື່ອມລົງ ພຸດທະສາສນາມະຫາຍານໃນເອເຊັຍກາງແລະເອຊຽງຕາເວັນອອກຊຽງໃຕ້ ພຸດທະສາສນາໄດ້ແຜ່ໄປຍັງໂລກຕາເວັນຕົກຕັ້ງແຕ່ຄັ້ງບູຮານ ແຕ່ຊາວຕາເວັນຕົກຫັນມາສົນໃຈພຣະພຸດທະສາສນາຫຼາຍຂື້ນໃນຫຼັງສົງຄາມໂລກຄັ້ງທີ ໒. ຊາຕກັມເນີດຂອງພຣະພຸດທະເຈົ້າ.       ພຣະໂຄດົມພຸດທະເຈົ້າ ຫຼືພຣະພຸດທະເຈົ້າອົງປັດຈຸບັນ ມີນາມເດີມວ…