ປະຫວັດພຣະພຸດທະສາສນາ.

ປະຫວັດພຣະພຸດທະສາສນາ.
   ສາສນາພຸດເປັນສາສານປະເພດ ອະເທວນິຍົມ ແລະເປັນສາສນາທີ່ມີຄົນນັບຖືຫຼາຍທີ່ສຸດຂອງໂລກ ຮອງຈາກສາສນາ ຄຣິຕ, ສາສນາອິສສລາມ ແລະສາສນາຮິນດູ ປະຫວັດຄວາມເປັນມາຂອງສາສນາພຸດເລີ້ມແຕ່ ສະໄໝພຸດທະການ ຜູ້ປະກາດສາສນາແລະເປັນສາສດາຂອງສາສນາພຸດຄືພຣະສັມມາສັມພຸດທະເຈົ້າ ຊົງຕັສຮູ້ເມື່ອວັນຂື້ນ ໑໕  ເດືອນວິສາຂະຫຼືເດືອນ ໖ທີ່ຕົ້ນໄມ້ສີມະຫາໂພ ບ້ານອຸຮຸເວລາເສນານິຄົມ ແຄວ້ນມຄົດ ປະເທດອິນເດັຍ ໔໕ ປີກ່ອນ ພຸດທສັກຣາຊ ປະຈຸບັນສະຖານທີ່ນີ້ຮຽກວ່າ ພຸທຄຍາ ຢູ່ຫ່າງຈາກເມືອງຄຍາປະມານ ໑໑ ກິໂລແມັດ ປະຫວັດຄວາມເປັນມາຂອງພຣະພຸດທະສາສນາ ຫຼັງຈາກການປະກາດພຣະພຸດທະສາສນາແຜ່ໄປທົ່ວອິນເດັຍ ຫຼັງພຸທະປະຣິນີບພານ ໑໐໐ ປີຈີ່ງແຕກເປັນິກາຍຍ່ອຍ ໂດຍມີນິກາຍທີ່ສຳຄັນຄື: ເຖຣະວາດ ແລະມະຫາຍານ
          ນິກາຍມະຫາຍານໄດ້ແຜ່ໄປຫຼາຍທົ່ວເອເຊັຍກາງ ເອເຊັຍຕາເວັນອອກຊຽງໃຕ້ ແລະເອເຊັຍຕາເວັນອອກ ເມື່ອສາສນາພຸດໃນອິນເດັຍເສື່ອມລົງ ພຸດທະສາສນາມະຫາຍານໃນເອເຊັຍກາງແລະເອຊຽງຕາເວັນອອກຊຽງໃຕ້ ພຸດທະສາສນາໄດ້ແຜ່ໄປຍັງໂລກຕາເວັນຕົກຕັ້ງແຕ່ຄັ້ງບູຮານ ແຕ່ຊາວຕາເວັນຕົກຫັນມາສົນໃຈພຣະພຸດທະສາສນາຫຼາຍຂື້ນໃນຫຼັງສົງຄາມໂລກຄັ້ງທີ ໒.
ຊາຕກັມເນີດຂອງພຣະພຸດທະເຈົ້າ.
      ພຣະໂຄດົມພຸດທະເຈົ້າ ຫຼືພຣະພຸດທະເຈົ້າອົງປັດຈຸບັນ ມີນາມເດີມວ່າເຈົ້າຊາຍສີຖັສຖະ ເປັນພຣະໂອຣົດຂອງພຣະເຈົ້າສຸທໂທທະນະ ແລະນາງສີຣິມະຫາມາຍາ ປະສູດໃນຣາຊຕຣະກູນສາກຍາວົງ ແຫ່ງກຸງກະບີລະພັດ ພຣະອົງຊົງອອກບອດເມື່ອພຣະຊົນມາຍຸ ໒໙ ບຳເພັງພຽນ ໖ ປີ ຈີ່ງຕັດສຮູ້ເມື່ອພຣະຊົນມາຍຸ໓໕ ພັນສາ ແລະຊົນປະກາດພຸດທະສາສນາຢູ່ ໔໕ ປີ ຈີ່ງສະເດັດປະຣິນີພານ ເມື່ອພຣະຊົນມາຍຸໄດ້ ໘໐ພັນສາ ເຊີ່ງເປັນການເລີ້ມຕົ້ນຂອງການນັບປີ ພຸທະສັກກຣາຊ.
      ຫຼັງຈາກພຣະພຸດທະເຈົ້າຕັດສະຮູແລ້ວ ໄດ້ສເດັດໄປໂປດພຣະປັນຈວັກຄີ ທີ່ປ່າອິສີບຕນມະຄົຕທາຍວັນ ແຂວງເມືອງ ພາຣານະສີ ພຣະອົງຕັດທັມມະຈັກ ກັບປະຕນສູຕ ເປັນປະຖົມມເທດສາສນາແກ່ປັນຈະວັກຄີ ເມື່ອຈົບພຣະທັມມະເທດສນາ ດວງຕາເຫັນທັມອັນປາດສາຈາກທຸລີມລທິນ ຈີ່ງເກີດຂື້ນແກ່ພຣະໂກນທັນຍະ ຈົນທັມໄຫ້ບັນລຸເປັນພຣະໂສດາບັນ ພຣະໂກທັນຍະຈີ່ງກຣາບທູນຂໍອຸປະສົມບົດໃນວັນຂື້ນ ໑໕ ຄໍ່າ ເດືອນ ໘ ເຊີ່ນັບເປັນພຣະສົງອົງແລກໃນໂລກ ແລະພຣະຣັຕຕະນະໃຕ ຈີ່ງເກີດຂື້ນໃນໂລກເຊັ່ນດຽວກັນນັ້ນ ຕໍ່ມາພຣະອົງໄດ້ຊົງສະແດງທັມອື່ນໆ ເພື່ອໂປດພຣະປັນຈະວັກຄີ ທີ່ຍັງເຫຼືອ ໔ ອົງຈົນບັນລຸເປັນພຣະໂສດາບັນທັ້ງໝົດ ຫຼັງຈາກພຣະປັນຈະວັກຄີບັນລຸເປັນພຣະໂສດາບັນ ໝົດແລ້ວພຣະອົງຊົງສະແດງທັມ "ອນັຕຕຣັກຂສູຕ" ຊື່ງເຮັດໄຫ້ພຣະປັນຈະວັກຄີ ໄດ້ບັນລຸເປັນພຣະອໍຣະຫັນທັງສີ້ນ.
        ຕໍ່ຈາກນັ້ັ້ນພຣະອົງໄດ້ສະເດັດໄປສະແດງທັມ ໂປດພຣະຍສະ ແລະພວກອີກ ໕໔ ທ່ານ ຈົນບັນລຸເປັນພຣະອໍຣະຫັນທັງໝົດ ໃນຄັ້ງນັ້ນຈື່ງມີພຣະອໍຣະຫັນລວມທັງພຣະອົງດ້ອຍ ໖໑ ພຣະອົງພຣະພຸດທະເຈົ້າຈີ່ງຊົງດຳຣິໄຫ້ພຣະສາວົກອອກປະກາດພຣະພຸດທະສາສນາໂດຍມີພຣະປະຖົມວາຈາໃນການສົ່ງພຣະສາວົກໃນການອອກປະກາດສາສນາວ່າ:
"ດູກ່ອນພຣະພິກສຸທັງຫຼາຍເຮົາຫຼຸດພົ້ນຈາກບ່ວງທັງປວງ ທັ້ງທີເປັນຂອງທີພ ແລະຂອງມະນຸດ ຖ້າພວກທ່ານໄດ້ຫຼຸດພົນຈາກບ່ວງທັງປວງທັງຂອງທີພແລະຂອງມະນຸດຄືກັນ ພວກທ່ານຈົ່ງທ່ຽວໄປເພື່ອປະໂຫຍດ ແລະຄວາມສຸກແກ່ມະຫາຊົນ ເພື່ອອະນຸເຄາະຊາວໂລກ ເພື່ອປະໂຫຍດເກື້ອກູນແກ່ທວຍເທພແລະມະນຸດ ແລະພວກທ່ານຢ່າໄປທາງດຽວກັນ ໒ຮູບຈົ່ງສະແດງທັມໄຫ້ງາມໃນເບື້ອງຕົ້ນໃນທາມກາງແລະໃນທີ່ສຸດ ຈົ່ງປະກາດພົມມະຈັນ ພ້ອມທັງອັດຖະແລະພະຍັນຊະນະ ໄຫ້ຄົບຖ້ວນບໍລິບູນ ສັດທັງຫຼາຍຜູ້ມີທຸຣິ ຄື ກິເລດ ໃນຈັກຂຸພຽງເລັກນ້ອຍ ມີຢູ່ແຕ່ເພາະໂທດທີ່ຍັງບໍ່ໄດ້ພັງທັມ ຈີ່ງຕ້ອງເສື່ອມຈາກຄຸນທີ່ພື່ງຈະໄດ້ຮັບ ດູກ່ອນພິກຂຸທັງຫຼາຍຜູ້ຮູ້ທົ່ວເຖີງທັມເຮົາຈະໄປສະແດງທັມຍັງໜູບ້ານອຸຮຸເວລາເສນານິຄົມເພື່ອສະແດງທັມ"
ຈີ່ງທັມໄຫ້ພຣະພຸດທະສາສນາມີຄວາມຈະເລີນຮຸ່ງເຮືອງ ແລະແຜ່ຂະຫຍາຍໄປຍັງຊົມພູທະວີບຢ່າງວ່ອງໄວ ຊາວຊົມພູທະວີບພາກັນຖີ້ມຣັດທິເດີມ ແລ້ວຫັນມານັບຖື ເຫຼື້ອມໃສສັດທາໃນພຣະພຸດທະສາສນາຫຼາຍຂື້ນໂດຍລຳດັບແລະເຜີຍແຜ່ມາຈົນເຖີງປັດຈຸບັນ.
ພຸດທະສາສນາຫຼັງພຸດທະປະຣິນີພານ.
       ເມື່ອພຣະພຸດທະອົງສະເດັດປະຣິນີພພານແລ້ວ ພຣະພຸດທະສາສນາຍັງຈະເລີນໃນອິນເດັຍສືບໆມາ ຄວາມຈະເລີນຂອງພຣະພຸດທະສາສນາຂື້ນກັບວ່າໄດ້ຮັບການສົ່ງເສີມຈາກຜູ້ມີອຳນາດໃນສະມັຍນັ້ນບໍ່ ຖ້າມີກໍ່ມີຄວາມຮຸ່ງເຮືອງຫຼາຍ ຢ່າງໃດກໍ່ຕາມ ເມື່ອເວລາການລ່ວງໄປຄວາມຂັດແຍ່ງເກີດຈາກການຕີຄວາມພຣະທັມຄຳສອນແລະພຣະວນັຍບໍ່ຕົງກັນໄດ້ເກີດຂື້ນໃນໝູ່ພຣະສົງ ຈີ່ງມີການແກ້ໄຂໂດຍການຈັດທັມ ສັງຄາຍະນາຮ້ອຍກອງ ພຣະທັມມະວິນັຍ ທີ່ຖືກຕ້ອງໄວ້ເປັນ ຫຼັກຖານສຳລັບຍຶດຖືເປັນແບບແຜນຕໍ່ໄປ.
ການສັງຄະຍນາຄັ້ງທີ ໑
        ການສັງຄະຍນາຄັ້ງທີ ໑ ກະທັມຂື້ນ ຫຼັງຈາກພຣະພຸດທະເຈົ້າປະຣິນີພານໄດ້ ໓ ເດືອນ ທີຖໍ້າສັຕບັນຄູຫາ ກຸງຣາຊຄົດ ໂດຍພຣະມຫາກັນສະປະ ເປັນປະທານ ພຣະເຈົ້າອຊາຕສັຕຣູ ເປັນອົງອຸປະຖຳ ພຣະອານົນ ເປັນຜູ້ໄຫ້ຄຳຕອບ ກ່ຽວກັບພຣະທັມ ແລະພຣະອຸບາລີ ເປັນຜູ້ໄຫ້ຄຳຕອບກ່ຽວກັບພຣະວິນັຍ ມີພຣະອໍລະຫັນເຂົ້າຮ່ວມໃນການສັງຄາຍນາ ໕໐໐ ຮູບ ກະທັມ ໗ ເດືອນຈີ່ງແລ້ວເສັດ.
    ການສັງຄາຍນາຄັ້ງນີ້ເກີດຂື້ນເພາະ ພຣະສຸພັທທະ ກ່າວຈາບຈ້ວງພຣະທັມວິນັຍຫຼັງພຣະພຸດທະປະນີພພານພຽງ ໗ ວັນ ເຮັດໃຫ້ພຣະມຫາກັສສປະ ດຳຣິຈັດສັງຄາຍນາຂື້ນໃນການສັງຄາຍນາຄັ້ງນີ້ ພຣະອານົນໄດ້ກ່າວເຖີງພຸດທະອະນຸຍາດໄຫ້ສັ່ງຖອນສິກຂາບົດເລັກນ້ອຍແບບໃດພຣະມຫາກັດສະປະຈື່ງໃຫ້ຄົງໄວ້ຢ່າງເດີມ
     ເມື່ອສັງຄາຍນາແລ້ວ ພຣະປຸຣານະພ້ອມບໍລິວານ ໕໐໐ ຈາຣິກມາຍັງແຄວ້ນຣາຊຄຶ ພິກຂຸທີ່ເຂົ້າຮ່ວມສັງຄາຍນາ ໄດ້ແຈ້ງເລື່ອງສັງຄາຍນາ ໄຫ້ພຣະປຸຣາະຮູ້ ພຣະປຸຣານະສະແດງຄວາມຄິດເຫັນ ຄຣັດຄ້ານກ່ຽວກັບສິກຂາບົດບາງຂໍ້  ແະຍືນຍັນປະຕີບັດຕາມເດີມ ເຊີ່ງສະແດງໄຫ້ເຫັນຄວາມແຕກແຍກໃນຂະນະສົງ ແຕ່ບໍ່ຖືວ່າເປັນສັງຄະເພທ ເນື່ອງຈາກພຣະປຸຣະນະຍຶດຖືຕາມພຸດທະນຸຍາດທີ່ຊົງໄຫ້ສົງຖອນສິກຂາບົດເລັກນ້ອຍໄດ້.
ການສັງຄາຍນາຄັ້ງທີ ໒: ການແຕກນິກາຍ
       ເມື່ອພຸດທະປະຣິນີພານລ່ວງໄປ ໑໐໐ ປີ ພິກຂຸຊາວວັຊຊີ ເມືອງເວສາລີ ໄດ້ຕັ້ງວັດຖຸ ໑໐ ປະການຊື່ງຜິດຈາກພຣະວິນັຍ ທຳໄຫ້ມີທັງພິກຂຸທີ່ເຫັນດ້ອຍແລະບໍ່ເຫັນດ້ອຍ ຈົນເກີດການແຕກແຍກໃນໝູ່ສົງ ພຣະຍສກາກັນທະບຸດ ໄດ້ຈາຣິກມາເມືອງເວສາລີ ແລະຊົງຊາບເລື່ອງນີ້ ໄດ້ພຣະຍາຍາມຄັດຄ້ານ ແຕ່ພິກຂຸຊາວວັຊຊີບໍ່ເຊື່ອຟັງ ພິກຂຸທີ່ສະນັບສະນູນພຣະຍສກາກັນທະບຸດຈີ່ງນຳເລື່ອງໄປປືກສາພຣະເຖຣະຜູ້ໃຫຍ່ໃນຂະນະນັ້ນໄດ້ແກ່ພຣະເຣວະຕະ ພຣະສັພກາມີເຖຣະ ເປັນຕົ້ນ ຈີ່ງຕົກລົງໄຫ້ທັມການສັງຄາຍນາຂື້ນອີກຄັ້ງ
     ພິກຂຸຊາວວັຊຊີບໍ່ຍອມຮັບ ແລະບໍ່ເຂົ້າຮ່ວມການສັງຄາຍນານີ້ ແຕ່ໄປຮ່ວມລວມພິກຂຸຝ່າຍຕົນປະຊຸມທັມສັງຄາຍນາຕ່າງຫາກ ຮຽກວ່າມະຫາສັງຄີຕິແລະຮຽກພວກຂອງຕົນວ່າ ມະຫາສັງຄີກະ ເຮັດໃຫ້ພຣະພຸດທະສາສານໃນຂະນະນັ້ນແຕກເປັນ ໒ ນິກາຍ ຄືຝ່າຍທີ່ນັບຖືມະຕີຂອງພຣະເຖຣະຄັ້ງປະຖົມສັງຄາຍນາຮຽກວ່າ"ເຖຣະວາດ "ຝ່າຍທີ່ຖືຕາມຂອງອາຈານຂອງຕົນຮຽກວ່າ "ອະຈາຣິຍະວາດ"
     ອີກ ໑໐໐ ປີຕໍ່ມາ ສົງທັງສອງຝ່າຍມີການແຕກນິກາຍອອກໄປອີກ ຫຼັກຖານຝ່າຍພາສາບາລີວ່າ: ແຕກໄປ ໑໘ ນິກາຍ ຫຼັກຖານຝ່າຍພາສາສັນສກະຄົດວ່າ ໒໐ ນິກາຍໄດ້ແກ່
ການສັງຄາຍນາຄັ້ງທີ ໓.
ເກີດໃນສະມັຍພຣະເຈົ້າ"ອະໂສກມະຫາຣາຊ" ເພື່ອກໍາຈັດພວກເດັຍຣະຖີປອມບວຊ ໃນພຸດທະສາສນາ ມີພຣະໂມຄັລລີບຸດ ຣະຕິດສະເປັນປະທານ ໃຊ້ເວລາ ໙ ເດືອນຈື່ງສໍາເລັດ ໃນການສັງຄາຍນາຄັ້ງນີ້ ພຮະໂມຄັລລີບຸດຣຕິສສະ ໄດ້ແຕ່ງກຖາວັຕຖຸ ຂື້ນເພື່ອອທິບາຍທັມໄຫ້ແຈ່ງແຈ້ງ.
      ຫຼັງຈາກການສັງຄາຍນາສີ້ນສຸດລົງ ພຣະເຈົ້າອະໂສກໄດ້ສົ່ງສມນະທູດ ໙ ສາຍອອກເຜີຍແຜ່ພຣະພຸດທະສາສນາ ຄື:
      1. ຄະນະພຣະມັຊນັນຕິກເຖຣະ ໄປແຄວ້ນ ແຄຊເມັຍຣ໌ ແລະແຄວ້ນຄັນທາຣະ.
      2.ຄະນະພຣະມະຫາເທວະ ໄປມຫິສັກມະນະທລ ແຄວ້ນໄມຊອຣ໌ແລະດີນແດນລຸ່ມ ແມ່ນໍ້າໂຄທາວະຣິ ໃນອີນເດັຍໃຕ້ປັດຈຸບັນ.
      3.ຄະນະພຣະຣັກຂິຕະ ໄປວນວາສີປະເທດ ໄດ້ແກ່ແຄວ້ນບວມເບຣ໌ ໃນປັດຈຸບັນ.
      4.ພຣະທັມະຣັກຂິຕ ໄປອປຣັນຕກຊນບົທ ແຖບທະເລອາຫຣັບ ທາງເໜືອຂອງບວມເບຣ໌
      5.ພຣະມຫາຣັກຂິຕ ໄປໄປແຄວ້້ນມຫາຣາຊ.
      6.ຄະນະພຮະມະຫາຮິກຂິຕະ  ໄປໂຍນກປະເທດ ໄດ້ແກ່ແຄ້ວນກຮິກໃນ  ເອເຊຍກາງອິຫຮ່ານ ແລະຕຮ໊ກິສຖານ
     7.ຄະນະພຮະມັຊນີມເຖຮະ ໄປແຖບ ເທືອກເຂົາຫິມະໄລ ຄືເນປານ ປັດຈຸບັນ
     8.ຄະນະພຮະໂສນະແລະພຮະອຸດຕຮະ ໄປສຸສະຫວັນພູມ ໄດ້ແກ່ ໄທ ພະມ່າ ມອນ
     9.ຄະນະພຮະມະຫິນທະ ໄປລັງກາ
ກຳເນີດມະຫາຍານ
    ພຮະພຸດທະສາສນາມະຫາຍານເລີ່ມກໍ່ໂຕຂື້ນເມື່ອຄາວພຸດທະສະຕະວັດທີ່ 6-7 ໂດຍໂດຍເປັນຄະນະສົງທີມີຄວາມເຫັນຕ່າງຈາກນິກາຍເດີມທີ່ຢູ່18-20 ນິກາຍໃນຂະນະນັ້ນແນວຄິດຂອງມະຫາຍານພັດທະນາມາຈາກແນວຄິດຂອງນິກາຍມະຫາສັງຄິກະແລະນິກາຍທີ່ແຍກໄປຈາກນິກາຍນີ້ ຈຸດຕ່າງຈາກນິກາຍດັ່ງເດີມຄືຄະນະສົງກຸ່ມນີ້ໃຫ້ຄວາມສຳຄິມກັບການເປັນພຮະໂພທິສັດແລະເນັ້ນບົດບາດຂອງຄະລຶຫັດຫລາຍກ່ວາເກົ່າ  ຈື່ງແຍກອອກມາຈັ້ງນິກາຍໃຫ່ມ ເຫດທີ່ມີການພັດທະນາລັດທິມະຫາຍານຂື້ນນັ້ນເນື່ອງຈາກ
    1 ແຮງກົດດັນຈາການປັບປຸງ ສາສນາພຣາຫມ໌ ມີການແຕ່ງມະຫາກາບ ຮາມາຍນະ ແລະ ມະຫາພາຮຕະ ເພື່ອດືງດູດໃຈຜູ້ອ່ານໃຫ້ພັກດີຕໍ່ຜູ້ເປັນເຈົ້າ ກຳນົດໃຫ້ມີພຮະຜູ້ສູງສຸດ 3 ອົງຄື  ພຣະພຣົມ ພຣະນາຣາຍ ພຣະອິສວນ ປະກອບກັບໄດ້ຮັບການສະຫນັບສະຫນູນຈາກ ກະສັດ ສາສນາພຮະພົຮມຈື່ງຟື້ນຕົວຢ່າງວ່ອງໄວ ຝ່າຍພຸດທະສາສນາຂື່ງຈຳເປັນຕ້ອງປັບຕົວ
    2  ແຮງບັນດານໃຈຈາກບຸຄລິກະພາບຂອງພຮະພຸດທະອົງ ຝ່າຍມະຫາຍານເຫັນວ່າພຮະພຸດທະອົງເປັນບຸກຄົນທີ່ຍີ່ງໃຫ່ຍບໍ່ຄວນສີ້ນສຸດຫລັງຈາກປະຮິນິພານເຮັດໃຫ້ຄືກັບວ່າຊາວພຸດຂາດທີ່ເພີ່ງ ຈີ່ງເນັ້ນຄຸນຄວາມດີຂອງພຮະອົງໃ ໃນຖານະທີ່ເປັນພຮະໂພທິສັດ ເນັ້ນໃຫ້ຊາວພຸດປາຖະຫນາພຸດທະພູມບຳເພັນຕົນເປັນພຮະໂພທິສັດຊ່ວຍເຫລືອຜູ້ອື່ນພາຍຫລັງຈື່ງເກີດແນວຄິດຕີກາຍຂອງພຮະພຸດທະເຈົ້າ
     3 ເກີດຈາກບົດບາດຂອງພຸດທະບໍລິສັດທີ່ເປັນຄະລຶຫັດເພາະລັດທິມະຫາຍານ ເນັ້ນທີ່ການບຳເພັນບາລມີຂອງພຮະໂພທິສັດເຊີ່ງພຮະໂພທິສັດເປັນຄະລຶຫັດໄດ້ຈື່ງເປັນການເປີດໂອກາດໃຫ້ຄະລຶຫັດເຂົ້າມາມີບົດບາດຫລາຍຂື້ນ
         ຄະນາຈານທີ່ສໍາຄັນຂອງນິກາຍມະຫາຍານຄື ພຮະອັສວໂຄສ ພຮະນາຄາຮຊຸນ ພຮະອສັງຄະ ພຮະວສຸພັນທຸ ເປັນຕົ້ນ
    ຫລັງຈາກການກໍ່ຕົວພຸດທະສາສນາມະຫາຍານເຊີ່ງມີຈຸດເດັ່ນຄືສາມາດປັບຕົວໃຫ້ເຂົ້າກັບຄວາມເຊື່ອດັ່ງເດີມທີ່ແຕກຕ່າງໄປໃນແຕ່ລະທ້ອງຖີ່ນໄດ້ງ່າຍກ່ວາພຸດທະສາສນາເຖຮວາດ ເຊີ່ງເປັນແບບດັ່ງເດີມໄດ້ແພ່ກະຈາຍອອກຈາກອິນເດຍໄປໃນທະວີບເອເຊຍຫລາຍປະເທດ

ການແຜ່ຂະຫຍາຍຂອງມະຫາຍານ
ອິນເດຍແລະຄວາມເຊື່ອມຂອງພຸດທະສາສນາ
      ພຸດທະສາສນາມະຫາຍານໃນອິນເດຍ ໄດ້ຮັບການສະຫນັບສະຫນູນໂດຍລາສະວົງສກຸສານ ເມື່ອສີ້ນສຸດລາຊະວົງສກຸບານ ພຸດທະສາສນາໄດ້ຮັບການອຸປະຖຳໂດຍ ລາຊະວົງ ຄຸປຕະ ມີການສ້າງສູນກາງການສືກສາພຸດທະສາສນາທລືມະຫາວິທະຍາໄລນາລັນທາ ແລະມະຫາວິທະຍາໄລ ວິກຮມສິຮາ ໃນອິນເດຍຕະເວັນອອກສຽງເຫນືອ ມີອາຈານທີ່ມີຊື່ສຽງເຊັ່ນ ພຮະນາຄຮາຊຸນ ພຸດທະສາສນາໃນສະໄຫມນີ້ໄດ້ແຜ່ຫລາຍໄປສູ່ຈີນ ແລະ ເອເຊຍຕາເວັນອອກສຽງໃຕ້ຈົນກະທັງການສິ້ນສຸດອຳນາດຂອງລາຊະວົງຄຸປຕະຈາກການຮຸກຮານຂອງຊາວຫັ່ນ ໃນພຸດທະສະຕະວັດທີ່11
       ບັນທຶກຂອງຫລວງຈີນອີ້ຈີງທີ່ມາຖືງອີນເດຍໃນພຸດທະສະຕະວັດທີ່12 ກ່າວວ່າພຸອທະສາສນາຮຸ່ງເຮືອງໃນອັນຖະຮະຖັນຍົກຕກະ ແລະທະລາວິທ ປັດຈຸບັນຄື ຮັດອັນຖປະເທດແລະທມິດນາດູ ຍັງມີຊາວພຸດໃນເນປານແລະສສັນຖະໃນອານາຈັກຄັງທາ ຮັດເບງກອລຕະເວັນຕົກໃນປະຈຸບັນ ແລະຫັນສາວັດທະນະເມື່ອສີ້ນສຸດຍຸກອານາຈັກຫັນສາວັດທະນະ ເກີດອານາຈັກນ້ອຍໆຂື້ນຫລວງຫລາຍໂດຍມີແຄວນລາຊະປຸຕໃຫ້ການອຸປະຖຳພຸດທະສາສນາຈົນກະທັງຍຸກຈັກວັດຕິປາລະໃນເບງກອລ ພຸດທະສາສນາມະຫາຍານຮຸ່ງເຮືອງອີກຄັ້ງແລະໄດ້ແຜ່ຫລາຍໄປຍັງສິກຂິມແລະພູຖານລະຫວ່າງພຸດທະສະຕະວັດທີ່13-17 ເມື່ອຈັກກະວັດດິປາລະປົກຄອງດ້ວຍກະສັດລາຊະວົງເສນາທີ່ນັບຖືສາສນາອີນດູ ສາສນາພຸດຈື່ງເຊື່ອມລົງ
       ສາສນາພຸດໃນອິນເດຍເລີ່ມເຊື່ອມລົງຢ່າງຊ້າໆ ຕັ້ງແຕ່ພຸດທະສະຕະວັດທີ່15 ເປັນຕົ້ນມາ ຄວາມເຊື່ອມໃນອິນເດຍຕະເວັນອອກເລີ່ມຕັ້ງແຕ່ຈັກະວັດດິປາລະຫັນໄປສົ່ງເສີມສາສນາອິນດູໄວນພນິກາຍ ສວ່ນອິນເດຍເຫືນອເລີ່ມເຊື່ອມຕັ້ງແຕ່ ພສ 1736 ເມື່ອຊາວເຕິຮກທີ່ນັບຖືສາສນາອິດສລາມ ນຳໂດຍມູອາມັດ ຄິລຍີບຸກອິນເດຍແລະເຜາມະຫາວິທະຍາໄລນາລັນທາຕັ້ງແຕ່ ພສ 1742 ເປັນຕົ້ນໄປ ສາສນາອິດສລາມແພ່ເຂົ້າສູ່ວິຫານເຮັດໃຫ້ຊາວພຸດໄດ້ເຄື່ອນຍ້າຍໄປທາງເຫນືອເຂົ້າສູ່ເທືອກເຂົາຫິມະໄລຫລືລົງໃຕ້ໄປທີ່ສີລັງກາ ນອກຈາກນັ້ນຄວາມເຊື່ອມຂອງສາສນາພຸດຍັງເປັນຜົນມາຈາກການຟື້ນຕົວຂອງສາສນາອິນດູ ພາຍໃຕ້ການນຳພາຂອງຂະບວນການຕ່າງໆເຊັ່ນ ອັຖໄວຕະພັກແລະການເຜີຍແຜ່ຂອງສາສນາຂອງນັກບວດລັທຖິຊູຟິ
 ພຸດທະສາສນາໃນເອເຊຍກາງ
ດິນແດນເອເຊຍກາງໄດ້ຮັບອິດທິພົນພຸດທະສາສນາຕັ້ງແຕ່ ສະໄຫມພຸດທະການ ມີກ່່ວໃນເອກະສານຂອງຝ່າຍເຖຮວາທວ່າ ພໍ່ຄ້າສອງຄົນຈາກແແບັກເທີຮຍຄື ຕປຸສສະແລະພັລລິກະ ໄດ້ພົບພຮະພຸດທະເຈົ້າແລະປະຕິຍານຕົນເປັນອຸໂບສົກ ເມື່ອກັບໄປບ້ານເມືອງຂອງຕົນໄດ້ສ້າງວັດໃຫ້ພຸດທະສາສນາຂື້ນ ເອເຊຍກາງເປັນດິນແດນສຳຄັນໃນການຕິດຕໍ່ລະຫວ່າງຈີນ ອິນເດຍ ແລະປອຮເຊຍ ການຮຸກຮານຂອງຊາວຫັ່ນໂບຮານໃນ ພສ 343 ໄປທາງຕາເວັນຕົກເຂົ້າສູ່ດິນແດນທີ່ໄດ້ຮັບ ອາຮຍທຳມະຈາກ ກຮິກໂດຍສະເພາະອານາຈັກແບັກເທິຮຍ ເຮັດໃຫ້ເກີດການແລກປຽ່ນວັດທະນະທຳຂື້ນການຂະຫຍາຍຕົວຂອງພຸດທະສາສນາຂື້ນສູ່ທາງເຫືນອເຮັດໃຫ້ເກີດອານາຈັກພຸດທະໃນອາຊີກາງເມືອງບົນ ເສັ້ນທາງສາຍໄຫມຫລາຍເມືອງເປັນເມືອງພຸດທະທີຕ້ອນຮັບນັກເດີນທາງທັ້ງຈາກຕາເວັນຕົກແລະຕາເວັນອອກ
ພຸດທະສາສນາເຖຮວາທເຜີຍແຜ່ເຂົ້າສູ່ດິນແດນຂອງຊາວຕິຮກກ່ອນທີ່ຈະຜະສົມຜະສານກັບນິກາຍມະຫາຍານທີ່ແຜ່ຫລາຍເຂົ້າມາພາຍຫລັງ ດິນແດນດັ່ງກ່າວຄືບໍລິເວນທີ່ເປັນປະເທດປາກິສຖານ ລັດແຄຊເມີຍ ອັຟການິສຖານ ອິຫຮ່ານ ຕະເວັນອອກແລະແນວຊາຍຝັ່ງ ອຸຊເບກິສຖານ ເຕຮກເມນິສຖານແລະທາຈິກິສຖານອານາຈັກບູຮານໃນສະໄຫມນັ້ນ ຄື ແຄ້ວນຄັນຖາຮະແບກເທີຮຍ ພາຮທີຍແລະຊອກເດຍ ສາສນາພຸດບໍລິເວນນີ້ໄດ້ແຜ່ຕໍ່ໄປຍັງຈີນອິດທິພົນຂອງຄວາມເຊື່ອທ້ອງຖີ່ນເຮັດໃຫ້ສາສນາພຸດໃນບໍລິເວນນີ້ແຕກເປັນຫລາຍນິກາຍທີ່ໂດດເດັ່ນ ຄື ນິກາຍທຳມະຄຸປຕວາທແລະນິກາຍສຮວາສຕິວາທີນ
ສາສນາພຸດໃນເອເຊຍກາງເສື່ອມລົງເມື່ອສາສນາອິສລາມແຜ່ຫລາຍເຂົ້າມາໃນບໍລິເວນນີ້ມີການທຳລາຍສຖູປຈຳນວນຫລາຍໃນສົງຄາມໃນພຸທະສະຕະວັດທີ່12ສາສນາພຸດມີທ່າທີວ່າຈະຟື້ນຕົວຂື້ນເມື່ອເຈງກິສຂ່ານຮຸກຮານເຂົ້າມາໃນບໍລິເວນນີ້ມີການຈັດຕັ້ງດິນແດນຂອງອິສຂ່ານແລະຊະກະໄຕຂ່ານເມື່ອພຸດທະສະຕະວັດທີ່18ແຕ່ອີກ100ປີຕໍ່ມາຊາວມອງໂກລສ່ວນໃຫຍ່ຫັນໄປນັບຖືສາສນາອິສລາມແຜ່ຫລາຍໄປທົ່ວເອເຊຍກາງ
ພຸດທະສາສນາໃນພາຣເທັຍ
ສາສນາພຸດແຜ່ໄປທາງທິດຕາເວັນຕົກຖີງພາຣເທີຍຢ່າງນ້ອຍເຖີງບໍລິເວນເມີຮບໃນມາຮເກີຍນາໂບຮານຊື່ງປະຈຸບັນຢູ່ໃນເຕິຮກເມນິສຖານຊາວພາຣເທີຍຈຳນວນຫລວງຫລາຍ ມີບົດບາດໃນການແຜ່ກະຈາຍຂອງພຸດທະສາສນາໂດຍນັກແປຄຳພີຊາວພາຮເທີຍຈຳນວນຫລາຍແປຄຳພີພຸດທະສາສນາເປັຮພາສາຈີນ
ພຸດທະສາສນາໃນແອ່ງຕາຣິນ
ບໍລິເວນຂອງຕະເວັນອອກເອເຊຍກາງ ເຕອຮເກສຖານຂອງຈີນແອ່ງຕາຮີນແລະເຂດປົກຄອງຂອງຕົນເອງຊິນຈຽງອຸຍກູຮ ພົບສິລະປະທາງພຸດທະສາສນາຈຳນວນຫລາຍເຊີີ່ງສະແດງອິທິພົນຂອງອີນເດຍແລະກຮິກ ສິລະປະເປັນແບບຄັນຖາລະແລະຈາລຶກຂຽນດ້ວຍອັກສອນຂໂຮບຖິ ດິນແດນເອເຊຍກາງເປັນບ່ອນຕົວເຊື່ອມສຳຄັນໃນການເຜີຍແຜ່ສາສະນາພຸດໄປທາງຕະເວັນອອກພົບຫລາຍທີ່ສຸດໃນພຸດທະສະຕະວັດທີ່15ເຮັດໃຫ້ສາສະຫນາພຸດເຂົ້າໄປຕັ້ງຫມັ້ນໃນຈີນຈົນປະຈຸບັນ
ພຸດທະສາສນາໃນຈີນ
ຄາດວ່າພຸດທະສາສນາເຂົ້າສູ່ຈີນເມື່ອພຸດທະສະຕະວັດທີ່6 ໂດຍຜ່ານເອເຊຍກາງ ເຖີງຈະມີເລື່ອງເລົ່າວ່າມີພຮະພິຂຸເຂົ້າໄປເຖີງປະເທດຈີນຕັ້ງແຕ່ສະໄຫມພຮະເຈົ້າອະໂສກມະຫາລາດ ຈົນໃນພຸດທະສະຕະວັດທີ່13 ຈີນຈື່ງກາຍເປັນສູນກາງທີ່ສຳຄັນຂອງພຸດທະສາສນາໃນ ພສ 610 ມີການຕັ້ງສູນກາງເຜີຍແຜ່ພຸດທະສາສນາໃນຈີນໂດຍພຮະພິຂຸສອງອົງຄື ພຮະກາດຍປະມາຕັງຄະແລະພຮະທຳມະຮັກໃນ ພສ 611 ພຮະເຈົ້າຫມີງຕີ້ແຫ່ງລາຊະວົງຕົງຫັ່ນໄດ້ສ້າງວັດມ້າຂາວເຊີ່ງຍັງຄົງຢູ່ເຖີງປັດຈະບັນຢູ່ໃກ້ກັບເມືອງຫລວງຄື ເມືອງລົ່ວຫຍາງ ຄຳພີທາງພຸດທະສາສນາມະຫາຍານແປເປັນພາສາຈີນຄັ້ງແລກໂດຍພຮະພິຂຸຈາກກຸຮານໂລກ໊ກກເສມາ ໃນເມື່ອລົ່ວຫຍາງລະຫວ່າງ ພສ 721-732 ສິລະປະທາງພຸດທະສາສນາຍຸກແລກໄດ້ຮັບອິທິພົນຈາກສິລະປະແບບຄັນຖາຣະ
ພຸດທະສາສນາໃນຈີນຮຸ່ງເຮືອງຫລາຍໃນຍຸກ ລາຊະວົງຖັງ ລາຊະວົງນີ້ໄດ້ເປີດກ້ວາງຕໍ່ການຮັບອິທິພົນຈາກຕ່າງຊາດແລະການແລກປຽ່ນວັດທະນະທຳກັບອິນເດຍພຮະພິຂຸຈີນເດີນທາງໄປອິນເດຍຫລາຍໃນຊ່ວງພຸດທະສະຕະວັດທີ່9-16ເມືອງຫລວງໃນສະໄຫມລາຊະວົງຖັງຄືສາງອານ ກາຍເປັນສູນກາງສຳຄັນຂອງພຸດທະສາສນາແລະເປັນແຫລ່ງເຜີຍແຜ່ສາສນາຕໍ່ໄປຍັງເກົາຫລີແລະຍີ່ປຸ່ນ
ຢ່າງໃດກໍ່ຕາມອິທິພົນຈາກຕ່າງຊາດກາຍເປັນຜົນລົບໃນຕອນປາຍຂອງລາຊະວົງຖັງໃນ ພສ 1388 ຈັກພັດດິຫວູ່ຊູງ ປະກາດໃຫ້ສາສນາຈາກຕ່າງຊາດໄດ້ແກ່ ສາສນາຄິຮສ ສາສນາໂຊໂຮອັສເຕີຮ ແລະສາສນາພຸດເປັນສາສນາທີ່ຜິດກົດຫມາຍ ຫັນໄປສະຫນັບສະຫນູນ ລັດທິເຕົ໋າ ແທນໃນສະໄຫມຂອງພຮະອົງມີການທຳລາຍວັດ ຄຳພີແລະບັງຄັບໃຫ້ພຮະພິຂຸສິກ ຄວາມຮຸ່ງເຮືອງຂອງພຸດທະສາສນາຈື່ງສີ້ນສຸດລົງ ພຸດທະສາສນານິກາຍສຸຂາວະດີແລະນິກາຍຫມານຍັງຄົງຮຸ່ງເຮືອງຄໍ່ມາແລະກາຍເປັນນິກາຍເຊນ ໃນຍີ່ປຸ່ນ ນິກາຍຫມານໃນຈີນມີອິທິພົນໃນສະໄຫມລາຊະວົງຊ້ອງ
ພຸດທະສາສນາໃນເກົາຫລີ
ພຸດທະສາສນາເຂົ້າສູ່ເກົາຫລີເມື່ອລາວ ພສ 915 ເມື່ອລາຊາທູດຈາກຈີນນຳຄຳພີແລະພາບວາດໄປຍັງ ອານາຈັກໂຄກຮູຍໍ ສາສນາພຸດຮຸ່ງເຮືອງໃນເກົາຫລີໂດຍສະເພາະ ນິກາຍເຊນ ໃນ ພຸດທະສະຕະວັດທີ່12 ຈົນກະທັ້ງເຖີງຍຸກຂອງການຟື້ນຟູ ລັດທິຂອງຈື້ ໃນສະໄຫມລາຊະວົງໂຊຊ໊ອນ ຕັ້ງແຕ່ ພສ 1935 ສາສນາພຸດຈືງເຊື່ອມລົງ
ພຸດທະສາສນາໃນຍີ່ປຸ່ນ
ຍີ່ປຸ່ນໄດ້ຮັບພຸດທະສາສນາເມື່ອຄາວພຸດທົດສະຕະວັດທີ່11ໂດຍພຮະພິຂຸຊາວເກົາຫລີນຳຄຳພີແລະສິລະປະທາງພຸດທະສາສນາເຂົ້າສູ່ຍີ່ປຸ່ນ ເມື່ອສີ້ນສຸດຍຸກຂອງເສັ້ນາງສາຍໃຫມ່ພ້ອມໆກັບການເຊື່ອມຂອງພຸດສາສນາໃນອີນເດຍເອເຊຍກາງແລະຈີນ ຍີ່ປຸ່ນຍັງຄົງຮັກສາຄວາມຮຸ່ງເຮືອງທາງພຸດທະສາສນາໄວ້ໄດ້ຕັ້ງແຕ່ ພສ 1253 ເປັນຕົ້ນມາມີການສ້າງວັດ ແລະຮູບເຄົາລົບຈຳນວນຫລາຍໃນເມືອງຫລວງຄືເມືອງນາຮາ ໂດຍການນຳແບບແຜນທາງວັດທະນະທຳຈີນເຂົ້າມາຜະສົມຜະສານໃນສິລະປະແບບຍີ່ປຸ່ນຈາກການເດີນທາງມາຂອງຫລວງຈີນຈຽ້ນເຈີນ ພຸດທະສີນແບບຍີ່ປຸ່ນຮຸ່ງເີືອງໃນຊ່ວງພຸດທະສະຕະວັດທີ່13-18 ໃນຊ່ວງພຸດທະສະຕະວັດທີ່17-18ພຸດທະສາສນານິກາຍເຊນຮຸ່ງເຮືອງລວມທັງສິລະປະທີ່ສືບເນື່ອງຈາກນິກາຍເຊນດ້ວຍ ພຸດທະສາສນາຍັງຄົງຮຸ່ງເຮືອງໃນຍີ່ປຸ່ນຈົນເຖີງປະຈຸບັນ
ພຸດທະສາສນາໃນເອເຊຍຕະເວັນອອກສຽງໃຕ້
ລະຫວ່າງພຸດທະສະຕະວັດທີ່6ການຄ້າທາງບົກຜ່ານເສັ້ນທາງສາຍໃຫມຖືກຈຳກັດເນື່ອງຈາກການຂະຫຍາຍຕົວໃນຕາເວັນອອກກາງຂອງຈັກກະວັດດິເປີເຊຍແລະການເປັນສັດຕູກັບໂຮມຊາວໂຮມັນທີ່ຕ້ອງການສີນຄ້າຈາກຕະເວັນອອກໄກຈື່ງທຳການຄ້າທາງທະເລຕິດຕໍ່ລະຫວ່າງທະເລເມດິເຕີເຮນຽນ ກັບຈີນຜ່ານອິນເດຍໃນຊ່ວງເວລານີ້ເອງ ອິນເດຍມີອິດທິພົນເຫນືອເອເຊຍຕາເວັນອອກສຽງໃຕ້ຫລາຍຕັ້ງແຕ່ພາກໃຕ້ຂອງພະມ້າ ພາກກາງແລະພາກໃຕ້ຂອງໄທ ກຳປູຊາ ຕອນລ່າງແລະຕອນໃຕ້ຂອງຫວຽດນາມການຄ້າຊາຍຝັ່ງຈະເລີນຂື້ນຫລາຍຜົນຈາກການເຜີຍແຜ່ອາຮຍະທຳອິນເດຍເຂົ້າສູ່ບໍລິເວນນີ້ພາສາບາລີແລະພາສາສັນສະກິດແຜ່ເຂົ້າມາພ້ອມກັບສາສນາພຸດທັງຝ່າຍເຖຮວາທແລະມະຫາຍານສາສນາພຮາຫມໄດ້ເຜີຍແຜ່ເຂ້າມາໃນບໍລິເວນນີ້ເຊັ່ນກັນ ພ້ອມກັບວັນນະຄະດີສຳຄັນຄືຮາມາຍນະແລະມະຫາພາຣຕະ
ໃນຊ່ວງທົດສະຕະວັດທີ່10-18ເອເຊຍຕາເວັນອອກສຽງໃຕ້ມີຈັກກະວັດທີ່ຮຸ່ງເຮືອງທາງດ້ານສາສນາແລະສິລະປະຢູ່ສອງແຫ່ງຄວາມເຊື່ອສຳຄັນໃນຍຸກນີ້ເປັນແບບມະຫາຍານ ຈັກກະວັດດິທີ່ມີອິທິພົນທາງໃຕ້ບໍລິເວນຫມູ່ເກາະຄື ອານາຈັກຮສິວິໄຊ ສ່ວນທາງເຫນືອຄືອານາຈັກຂອມຫລືຂະເຫມນໂບຮານທີ່ມີການສ້າງຮູບພຮະໂພທິສັດຫລາຍ
ອານາຈັກສີວິໄຊ
ນັກວິຊາການສ່ວນໃຫ່ຍເຊື່ອວ່າອານາຈັກສີວິໄຊມີສູນກາງຍູມີ່ປາເລ໊ມບັງເທິງເກາະສຸມາຕຮາປະເທດອິນໂດເນເຊຍ ນັບຖືພຸດທະມະຫາຍານຫລືວັຊຮຍານພາຍໃຕ້ອຸປະຖຳຂອງກະສັດລາຊະວົງໄສເລນທຮຫລວງຈີນອີ້ຈີງບັນທຶກໄວ້ວ່າທີ່ປາເລ໊ມບັງມີພິຂຸຫລາຍກ່ວາ10.000ຮູບ ທ່ານອະຕິສະເຄຍມາສຶກສາທີ່ນີ້ກ່ອນເຂົົ້າໄປເຜີຍແຜ່ພຸດທະສາສນາໃນທິເບດສິລະປະທາງພຸດທະສາສນາຂອງສິຮິວິໄຊແຜ່ຫລາຍໄປທົ່ວເອເຊຍຕາເວັນອອກສຽງໃຕ້ຮຽກວ່າສິລະປະສິຮິວິໄຊສົ່ງກໍ່ສ້າງທີ່ຍີ່ງໃຫ່ຍຄືບຸໂຮພຸດໂທ ສ້າງເມືອ່ ພສ 1323 ໃນເກາະຊະວາ ອານາຈັກສິຮິວິໄຊເຊື່ອມລົງເນື່ອງຈາກຄວາມຂັດແຍ່້ງກັບລາຊະວົງໂຈຄະໃນອິນເດຍກ່ອນຈິຮັບອິທິພົນອາຮຍະທຳອິສລາມໃນພຸດທົດສະຕະວັດທີ່18
ອານາຈັກຂອມ
ໃນຊ່ວງພຸດທົດສະຕະວັດທີ່14-18 ພຸດທະສາສນາມະຫາຍານແລະສາສນາຮິນດູຮຸ່ງເຮືອງໃນສະໄຫມອານາຈັກຂອມມີການສ້າງສາສນາສະຖານຫລວງຫລາຍທັງໃນໄທແລະກຳປູຊາລວມທັງນະຄອນວັດມະຫາຍານຮຸ່ງເຮືອງທີ່ສຸດໃນສະໄຫມພຮະເຈົ້າໄຊວໍລະມັນທີ່7ຜູ້ສ້າງນະຄອນທຳມະຫາຍານເຊື່ອມລົງໃນພຸດດທົດສະຕະວັດທີ່16ໄລ່ເລ່ຍກັບຄວາມເສື່ອມຂອງມະຫາຍານໃນອິນເດຍຈາກນັ້ນພຸດທະສາສນາເຖຮວາທລັດທິລັງກາວົງເຂົ້າມາມີອິທິພົນແທນທີ່
 ກໍາເນີດວັດຊະຣະຍານ
ພຸດທະສາສນານິກາຍວັດໍະຣະຍານ ຫລືພຸດທະສາສນາລັດທິຕັນຕຣະກຳເນີດຂື້ນຄັ້ງທຳອິດ ທາງຕາເວັນອອກຂອງອິນເດຍເມື່ອ ພສ 700-1200 ບາງຄັ້ງຈັດເປັນສ່ວນຫນື່ງຂອງມະຫາຍານແຕ່ບາງຄັ້ງກໍ່ແຍກຕົວເອງອອກມາຕ່າງຫາກ ຫລັກປັດສະຍາຂອງວັຮຍານເປັນແບບດຽວກັບມະຫາຍານແຕ່ວິທີການຫລືອຸບາຍຕ່າງໄປໂດຍມີການໃຊ້ຍານທັດແລະໂຍຄະອື່ນໆເຂົ້າມາການຝຶກເຫລົ່ານີ້ໄດ້ອິທິພົນຈາກລັດທິຕັນຕຮະຂອງສາສນາອິນດູວັຮຍານໃນທິເບດກໍ່ຕັ້ງໂດຍທ່ານປັທມສັມພວ ວັຮຍານຍຸກແລກ ຜູ້ຝຶກຮຽກວ່າ ມະຫາສິດທາມັກຢູ່ຕາມປ່າຈົນກະທັ້ງ ພສ1400ວັຮຍານຈື່ງແຜ່ເຂົ້າສູ່ມະຫາວິທະຍາໄລທາງພຸອສາສນາໃນຍຸກນັ້ນມະຫາວິທະຍາໄລນາລັນທາແລະມະຫາວິທະຍາໄລວິກຳມະສິລາ ວັຮຍານເສື່ອມຈາກອິນເດຍເມື່ອ ພສ1700ຊື່ງເປັນຜົນສຶບເນື່ອງຈາກການຮຸກຮານອິນເດຍຂອງຊາວມຸສລິມເຮັດໃຫ້ຂາດຜູ້ອຸປະຖຳພຸດທະສາສນາວັຮຍານໄດ້ແຜ່ຫລາຍໄປສູ່ທິເບດແລະກາຍເປັນພຸດທະສາສນານິກາຍຫລັກທີ່ນັ້ນບາງສ່ວນໄດ້ແຜ່ຫລາຍຕໍ່ໄປຍັງຈີນແລະຍີ່ປຸ່ນເກີດເປັນນິກາຍເຊນເຫຍນຫລືມີ່ຈຸງໃນຈີນແລະນິກາຍຊິນກອນໃນຍີ່ປຸ່ນ
ການຟື້ນຟູນິກາຍເຖຮວາທ
ສາສນາພຸດໃນອິນເດຍເລີ່ມເສື່ອມລົງຕັ້ງແຕ່ ພສ1600-1700ເນື່ອງຈາກການທຳສົງຄາມກັບຊາວມຸສລິມທີ່ເຂົ້າມາຮຸກຮານອິນເດຍຊື່ງເຮັອໃຫ້ການນັບຖືພຸດທະສາສນາມະຫາຍານໃນເອເຊຍຕາເວັນອອກສຽງໃຕ້ເສື່ອມລົງດ້ວຍໃນຊ່ວງເວລາການຄ້າຂາຍທາງທະເລລະຫ່ວາງຕະເວັນອອກກາງໄປຍັງຈີນຜ່ານທາງສີຮລັງກາເລີ່ມຟື້ນຟູຂື້ນແລະເປັນຊ່ວງເວລາດຽວກັບທີ່ມີການຟື້ນຟູນິກາຍເຖຮວາທທີ່ໃຊ້ພາສາບາລີທີສິຮລັັງກາອີກຄັ້ງນິກາຍນີ້ຈື່ງແຜ່ຫລາຍໄປສູ່ຕະເວັນອອກສຽງໃຕ້
ພຮະເຈົ້າອະໂນຣະທາມັງຊໍ່ກະສັດຜູ້ກໍ່ຕັ້ງຈັກວັດຮດິພະມ່າຄັ້ງແລກເປັນຜູ້ຮັບພຸດທະສາສນາເຖຮວາທລັດທິລັງການີ້ເຂົ້າສູ່ພະມ່າມີການສ້າງເຈດີໃນເມືອງຫລວງມາກມາຍ  ແມ້ໃນການຕໍ່ມາອຳນາດຂອງພະມ່າເສື່ອມຖອຍລົງເພາະຖືກມອງໂກລຮຸກຮານແລະໄທຍມີອຳນາດຂື້ນແທນພຸດທະສາສນານິກາຍເຖຮວາທກໍ່ຍັງຄົງເປັນນິກາຍຫລັກໃນພະມ່າ ພຸດທະສາສນານິກາຍເຖຮວາທຈາກລັງກາແຜ່ຫລາຍໄປສູ່ປະເທດໄທທີ່ນະຄອນສີທຳມະລາດແລະສຸໂຂໄທເມື່ອ ພສ1800ແລະຍັງຄົງນັບຖືສຶບເນື່ອງມາຈົນປັດຈຸບັນ ພຸດທະສາສນານິກາຍເຖຮວາທໄດ້ແຜ່ຫລາຍຈາກໄທໄປຍັງລາວ ແລະກຳປູຊາທີ່ເຄີຍຢູ່ພາຍໃຕ້ການປົກຄອງຂອງໄທມາກ່ອນສ່ວນດິນແດນໃນເຂດຫມູ່ເກາະເອເຊຍຕະເວັນອອກສຽງໃຕ້ທີ່ເຄີຍນັບຖືນິກາຍມະຫາຍານປຽ່ນໄປນັບຖື ສາສນາອິສລາມ ເກືອບທັງຫມົດ



Comments

Popular posts from this blog

ຄວາມເປັນມາຂອງວັນບຸນອອກພັນສາ

ວັນມາຄະບູຊາ

ບຸນເຂົ້າພັນສາ