ຊໍ່ຟ້າສັນຍະລັກຈັກກະວານວິທະຍາທາງພຸດທະສາດສະໜາ

ຊໍ່ຟ້າສັນຍະລັກຈັກກະວານວິທະຍາທາງພຸດທະສາດສະໜາ

ຊໍ່ຟ້າເປັນສ່ວນປະກອບທາງສະຖາປັດຕະຍະກຳທາງພຸດທະສາສະໜາຂອງລາວ ສ່ວນຫຼາຍມັກຈະໃຊ້ຕົກແຕ່ງຫຼັງຄາວັດ ຫຼືພຣະຣາຊວັງໃນສະໄໝກ່ອນ ຊໍ່ຟ້າຍັງເປັນສັນຍະລັກທີ່ບົ່ງບອກເຖິງສະຖານທີ່ ແລະຜູ້ທີ່ຢູ່ອາໃສໃນທີ່ນັ້ນ ຈຶ່ງບໍ່ນຶຍົມມາໃຊ້ກັບບ້ານເຮືອນທົ່ວໄປ
        ຊໍ່ຟ້າສ່ວນຫຼາຍມັກຈະຕັ້ງຢູ່ເຄິ່ງກາງຂອງຫຼັງຄາສິມ ສາລາຫຼືວິຫານ ມັກເຮັດເປັນຮຸບແບບຜາສາດເຟື້ອງ ຫຼືພູເຂົາພະສຸເມນ ຫຼືພູເຂົາສັດຕະບໍລິພັນ ເຊິ່ງເປັນແນວຄິດຄວາມເຊື່ອເລື່ອງສູນກາງຈັກກະວານ ອັນມີພູເຂົາພະສຸເມນເປັນໃຈກາງ ສ່ວນຢູ່ປາຍສຸດຂອງຫຼັງຄານັ້ນເອີ້ນວ່າ ໂຫງ່ ສ່ວນຫຼາຍມັກເຮັດເປັນຮູບຫົວນາກ ອາດຈະມາຈາກຄະຕິຄວາມເຊື່ອເລື່ອງນາກມາປອມບວດໃນພຣະພຸດທະສາສະນາແຕ່ພຣະພຸດທະເຈົ້າ ບໍ່ອະນຸຍາດໃຫ້ສັດເດັຍລະສານບວດໄດ້ ນາກຈິ່ງຂໍໃຫ້ເອົານາກມາເປັນສັນຍະລັກໄວ້ໃນສະຖານທີ່ທາງສາສະນາແທນ ແລະອີກຄະຕິໜຶ່ງແມ່ນຄົນລາວເຮົາສະໄຫມບູຮານມັກນິຍົມບູຊານາກ ຫຼືບັນທະບູລຸດລາວເຮົາສືບເຊື້ອສາຍມາຈາກນາກ ນາກຈິ່ງເປັນສັນຍະລັກຂອງຄົນລາວທີ່ປະກົດອອກມາທາງສະຖາປັດຕະຍະກຳແທນ
        ຈັກກະວານຫຼືໂລກະທາດທີ່ມາຈາກຄວາມເຊື່ອຂອງສາສະນາພາມນັ້ນແບ່ງອອກເປັນ 3 ລະດັບ ຄື ສະຫວັນ ແຜ່ນດິນ ແລະບາດານ ຫຼື ເທວະໂລກ ມະນຸດໂລກ ແລະນາກພິພົບ ສ່ວນທາງພຸດທະສາສະນາເຖຣະວາດໄດ້ອະທິບາຍເລື່ອງຈັກກະວານກ່ຽວກັບການວຽນວາຍຕາຍເກິດ ເປັນບໍ່ເກິດຂອງຄວາມທຸກນັ້ນ ຄືຕັນຫາ 3 ປະການ ປະກອບດ້ວຍ ກາມມະຕັນຫາ: ຕັນຫາທີ່ກ່ຽວຂ້ອງຢູ່ໃນກາມມະຄຸນ ເພື່ອຕອບສະ ໜອງຕາມຄວາມຕ້ອງການ ມີຮູບງາມໆ ສຽງມ່ວນໆ ກິ່ນຫອມໆ ລົດທີ່ແຊບໆ ສຳຜັດທີ່ອ່ອນນວນເປັນຕົ້ນ ພາວະຕັນຫາ : ໝາຍເຖິງຕັນຫາທີ່ປາຖະໜາທີ່ຈະມີຊີວິິດຢູ່ຍາວນານ ແລະວິພາວະຕັນຫາ: ໝາຍເຖິງຕັນຫາທີ່ຕ້ອງການພົ້ນອອກຈາກພາວະທີ່ເປັນຢູ່ ເຊັ່ນບໍ່ຢາກເຈັບ ບໍ່ຢາກໄຂ້ ບໍ່ຢາກຕາຍ ຫຼືບໍ່ຢາກມີຊີວິດຢູ່ ທັງໝົດນີ້ເປັນທີ່ມາຂອງຄວາມທຸກ ເຊິ່ງຜູ້ທີ່ມີຕັນຫານີ້ໄດ້ມາເກິດໃນຈັກກະວານ ຕາມລະດັບພົບພູມທັງ 3 ຄື ກາມາວາຈອນ ຣູປະວະຈອນ ອະຣູປະວະຈອນ ເຊິ່ງຜູ່ທີ່ຈະຫຼຸດພົ້ນຈາກຄວາມທຸກນັ້ນຕ້ອງລະເສັຍຍັງຕັນຫາທັງ 3 ນັ້ນ ຄວາມເຊື່ອເລື່ອງຈັກກະວານນັ້ນໄດ້ເຂົ້າມາພ້ອມກັບຄວາມເຊື່ອເລື່ອງຜີຟ້າຜີແຖນ ແລະເລື່ອງກັມທາງພຸດທະສາສະນາ ປະສົມປະສານກັນ ເຮັດໃຫ້ເກິດແບບແຜນການສ້າງສັນງານສະຖາປັດຕະຍະກຳ ທີ່ແຊກຊ້ອນໄປດ້ວຍຄະຕິທັມທາງພຣະພຸດທະສາສະນາ ຜູ້ທີ່ກະທຳຄວາມດີຈະເປັນຕົວແທນຂອງສະຫວັນ ແລະຜູ້ທີ່ກະທຳຄວາມຊົ່ວຈະເປັນຕົວແທນໃຫ້ແກ່ນາຮົກ ເມື່ອເຫັນຜົນເປັນຮູບປະທັມດັ່ງນີ້ແລ້ວ ກໍ່ໃຫ້ເລືອກເອົາທາງທີ່ດີທີ່ສຸດໃນການດຳເນິນຊີວິດຂອງມະນຸດ ການສ້າງວັດທີ່ເປັນບ່ອນປະດິດສະຖານສິ່ງທີ່ຊາວພຸດໃຫ້ຄວາມເຄົາລົບ ການນຳຄະຕິທັມ ພົບພູມ ແລະຈັກກະວານມາສ້າງສັນໃຫ້ເປັນຮູບປະທຳ ເປັນການຈຳລອງສະຫວັນໃຫ້ມີຄວາມໃກ້ຊິດ ເພື່ອສ້າງແຮງສັດທາ ແລະຄວາມຮູ້ສິຶກທີ່ຈະສະແຫວງຫາສິ່ງທີ່ດີງາມເຂົ້າມາປະກອບໃນການດຳເນີນຊີວິດ ການເຮັດຊໍ່ຟ້າ ຫຼືຜາສາດເຟື້ອງ ຫຼືດວງປີໄວ້ເທິງສຸດ ແລະເຄິ່ງກາງຂອງອາຄານນັ້ນນອກຈາກຈະເປັນຮູບແບບຂອງສະຖາປັດຍະກຳທີ່ເຮັດໃຫ້ມີຄວາມໂດດເດັ່ນແລະງົດງາມແລ້ວ ໝາຍເຖິງການຍົກສະຫວັນໃຫ້ຢູ່ເທິງສຸດ ສ່ວນພື້ນຂອງອາຄານທີ່ມັກຈະໃຊ້ຈັດກິດຈະກຳທາງສາສະນາອັນເປັນສັນຍາລັກຂອງໂລກມະນຸດ
        ນອກຈາກນີ້ຍອດຊໍ່ຟ້າທີ່ເປັນສັນຍະລັກຂອງພູເຂົາພະສຸເມນທັງ 7 ຊັ້ນ ຫຼືພູເຂົາສັດຕະບໍລິພັນແລ້ວ ຍັງໝາຍເຖິງຄະຕິທັມທາງພຣະພຸດທະສາສະນາອີກດ້ວຍ ຄື ໂພທິປັກຂິຍະທັມ ຫຼືໂພດຊົງ 7 ອັນໝາຍເຖິງທັມທີ່ນຳໄປສູ່ການຕັດສະຮູ້ ຫຼືທັມທີ່ນຳໄປສູ່ຄວາມເປັນພຸດທະ ມີ 7 ປະການຄື
1, ສະຕິ : ຄວາມລະນຶກໄດ້
2, ທັມມະວິໄຈ : ການຄຶດວິເຄາະທັມມະ
3, ວິຣິຍະ :  ຄວາມພາກພຽນພະຍາຍາມ
4, ປິຕິ : ຄວາມອິ່ມໃຈພໍໃຈ
5, ປັສສັທທິ : ສະຫງົບກາຍແລະໃຈ
6, ສະມາທິ : ມີຈິດໃຈທີ່ໝັ້ນຄົງແນ່ວແນ່
7, ອຸເປກຂາ : ວາງເສີຍຈາກສິ່ງທີ່ຫວຸ້ນວາຍທັງປວງ
ຈາກການສືກສາຄວາມໝາຍຂອງ ຊໍ່ຟ້າ ແລະໂຫງ່ມາແລ້ວນີ້ສະຫຼຸບຄວາມໄດ້ວ່າ ຊໍ່ຟ້າ ນອກຈາກຈະເປັນສັນຍະລັກຂອງພູເຂົາພະສຸເມນແລ້ວ ຍັງໝາຍເຖິງການອະທິບາຍລະບົບຈັກກະວານວິທະຍາທາງພຸດທະສາສະນາ ແລະແຝງໄປດ້ວຍຄະຕິທັມທີ່ສອນໃຫ້ຄົນຕັ້ງຢູ່ໃນຄວາມດີອັນເປັນສັນຍາລັກຂອງສະຫວັນ ແລະປະຕິບັດຕາມຫຼັກທັມເພື່ອນຳໄປສູ່ການພົ້ນທຸກໃນທີ່ສຸດ ນອກຈາກນີ້ຍັງເປັນການສະແດງອອກທາງສະຖາປັດຕະຍະກຳ ທີ່ເປັນສັນຍາລັກອັນໂດດເດັ່ນຂອງຄົນລາວ ອັນເປັນສິ່ງທີ່ຄວນປົກປັກຮັກສາ ສຶກສາແລະສືບທອດຕໍ່ໄປ.
       


Comments

Popular posts from this blog

ຄວາມເປັນມາຂອງວັນບຸນອອກພັນສາ

ວັນມາຄະບູຊາ

ບຸນກະຖິນ