ບຸນກະຖິນ

ບຸນກະຖິນ
       ຫຼັງຈາກບຸນອອກພັນສາແລ້ວ ໄປອີກໜຶ່ງເດືອນ ຄືນັບແຕ່ແຮມ 1 ຄ່ຳເດືອນ 11 ຫາເດືອນ 12 ເພັງ ເປັນໄລຍະບຸນກະຖິນ ທີ່ເປັນຮີດໜຶ່ງໃນຮອບ 12 ເດືອນ ຄູກັບບຸນນະມັສການພຣະທາຕຸຫຼວງວຽງຈັນ ບຸນກະຖິນຈັດເປັນກາລະທານ ເພາະມີຂອບເຂດຈຳກັດ ພຽງໜຶ່ງເດືອນ ຖ້າຜູ້ມີສັດທາຢາກຕັ້ງກອງບຸນໃນຮູບແບບນີ້ ນອກຈາກນີ້ ເພິ່ນມັກເອີ້ນວ່າບຸນກອງອັດຖະແທນ  ບຸນກະຖິນສ່ວນຫຼາຍນິຍົມຕັ້ງໃນໄລຍະເດືອນ 12 ຂ້າງຂື້ນ ແລະສ່ວນຫຼາຍຈັດເປັນບຸນມະຫາກະຖິນ ເພາະມີເວລາໃຫ້ຈັດກະກຽມ ບໍລິວານກະຖິນໄດ້ຫຼາຍກວ່າ ສ່ວນຈຸລກະຖິນນັ້ນບໍ່ຄ່ອຍນິຍົມໃນບ້ານເຮົາ.
1.  ຄວາມໝາຍຂອງກະຖິນ
ຄຳວ່າກະຖິນ ໄດ້ແກ່ໄມ້ສະດຶງ ທີ່ເຮັດເປັນກອບ "ໄມ້ແບບ" ສໍາຫຼັບຂຶງຜ້າເພື່ອຫຍິບເປັນຜ້າຈີວອນຂອງພຣະພິກຂຸ, ເປັນຊື່ຜ້າ ຊື່ວ່າຜ້າກະຖິນ, ເປັນຊື່ພິທີກັມທາງສາສະນາ ເອີ້ນວ່າ ບຸນກະຖິນ ເປັນສັງຄະກັມເອີ້ນວ່າ ກຣານກະຖິນ ເປັນຕົ້ນ.
2.  ມູນເຫດແຫ່ງການເຮັດບຸນກະຖິນ
ມີຕົ້ນເຫດມາຈາກ ພວກພິກຂຸຊາວເມືອງປາວາ ຈຳນວນ 30 ອົງປະສົງຈະໄປໄຫວ້ພຣະພຸດທະເຈົ້າທີ່ພຣະເຊຕະວັນ ແຕ່ໄປບໍ່ທັນວັນເຂົ້າພັນສາ ຈິ່ງພາກັນຈຳພັນສາທີ່ເມືອງສາເກດ ພໍອອກພັນສາແລ້ວກໍ່ພາກັນໄປເຂົ້າເຝົ້າ ຢ່າງຕາກແດດ ຕາກລົມໄປດ້ວຍຄວາມລຳບາກ ເຮັດໃຫ້ຜ້າຈີວອນເປີະເປື້ອນ ແລະປຽກຊຸ່ມໄປດ້ວຍນຳ້ຝົນ ຈົນເຖິງວັດພຣະເຊຕະວັນ ພຣະອົງຊົງຊາບຄວາມລຳບາກຂອງພິກຂຸເຫຼົ່ານັ້ນ ຈິ່ງຖືເອົາເລື່ອງນີ້ເປັນຕົ້ນເຫດ ຊົງອະນຸຍາດໃຫ້ພິກຜູ້ຈຳພັນສາຄົບ 3 ເດືອນແລ້ວກຣານກະຖິນໄດ້ ເພື່ອຂະຫຍາຍເຂດເຮັດຈີວອນໃຫ້ຍາວອອກໄປອີກ 1 ເດືອນ
3, ຜ້າທີ່ສົມຄວນເຮັດເປັນຜ້າກະຖິນມີ 5 ຢ່າງຄື:
1,ເປັນຜ້າໃໝ່ ທີ່ໄດ້ມາໂດຍຊອບທັມ 2,ເປັນຜ້າຕ່ຳໃໝ່ 3,ເປັນຜ້າເກົ່າ 4,ເປັນຜ້າບັງສະກຸນ 5, ເປັນຜ້າທີ່ຕົກເຮ່ຍຕາມຕະຫຼາດບໍ່ມີເຈົ້າຂອງ ຜ້າທັງໝົດນີ້ເມື່ອໄດ້ມາແລ້ວ ຕ້ອງຕັດໃຫ້ໄດ້ຂະໜາດ ແລະສັດສ່ວນຕາມພຸດທານຸຍາດ ຄື ຜ້າສັງຄາ ແລະຜ້າຄຸມ ຂະໜາດກວ້າງ 4 ສອກ ຍາວ 6 ສອກ ຜ້າສະບົງ ກວ້າງ 2 ສອກ ຍາວ 6 ສອກ ທັມມະດາ
       ສ່ວນຜ້າທີ່ນຳມາເປັນຜ້າກະຖິນບໍ່ໄດ້ ມີ 5 ຢ່າງຄື: 1, ຜ້າທີ່ໄປຂໍຍືມເຂົາມາ 2, ຜ້າທີ່ໄດ້ມາໂດຍບໍ່ຖືກຕ້ອງ ຄືໄປເວົ້າທຽບຄຽງໄວ້ 3, ຜ້າທີ່ໄປເວົ້າແນະນຳເຂົາໄດ້ມາ 4,ຜ້າທີ່ເປັນນິຈສັກຄີ  ຄືຜ້າທີ່ພຣະສົງມີເຫຼືອໃຊ້ 5, ຜ້າທີ່ໄດ້ມາໂດຍບໍ່ຊອບທັມຄືລັກເຂົາມາເປັນຕົ້ນ.
       ສ່ວນທີ່ເຫຼືອນັ້ນ ມີຈະຕຸປັດຈັຍ ເຄື່ອງໃຊ້ຂອງສອຍ ແລະເງິນຄຳຕ່າງ ໆ ເພື່ອປະກອບສ່ວນເຂົ້າໃນການທະນຸບຳລຸງພຣະສາສະນາວັດວາອາຮາມທັງໝົດ ເອື້ນວ່າບໍລິວານກະຖິນ
4.  ການຈອງກະຖິນ
       ເມື່ອຮອດລະດູການກະຖິນ ຜູ້ມີສັດທາປະສົງຈະຖວາຍຜ້າກະຖິນໃຫ້ແກ່ພຣະສົງອົງໃດອົງໜຶ່ງ ໃນວັດນັ້ນໆ ເພິ່ນເອີ້ນວ່າຈອງກະຖິນ ເມື່ອຈອງແລ້ວລະບຸຊື່ເຈົ້າພາບ ວິນເດືອນທີ່ຈະມາທອດຖວາຍລົງໄປ ແລ້ວນຳໄປຕິດໄວ້ ປະຕູສິມ ເປັນການເປິດເຜີຍທັງສອງຝ່າຍ ຄືເຈົ້າພາບ ແລະພຣະສົງພາຍໃນວັດ ຫາກມີສັດທາອື່ນມາຈອງອີກແມ່ນບໍ່ໄດ້ເດັດຂາດ ແຕ່ຖ້າຕົກລົງກັນເຮັດເປັນກອງດຽວມາທອດຮ່ວມກັນແມ່ນໄດ້ ເອີ້ນວ່າກະຖິນສາມັກຄີ ຫຼືກະຖິນມະຫາສາມັກຄີ
ສ່ວນຈຸລະກະຖິນນັ້ນເປັນການເຮັດຢ່າງຮີບດ່ວນ ເຮັດໃຫ້ແລ້ວໃນມື້ດຽວ ນັບແຕ່ເກັບຝ້າຍ ອິ້ວຝ້າຍ ເຂັນເປັນເສັ້ນ ແລ້ວນຳມາຕ່ຳເປັນແຜ່ນແພ ນຳມາຕັດຫຍິບໃຫ້ເປັນຜ້າຈີວອນ ຜືນໃດຜືນໜຶ່ງກໍ່ໄດ້ ແລ້ວນຳມາຍ້ອມ ແລ້ວກໍ່ຖວາຍໃຫ້ແລ້ວໃນມື້ດຽວ ສຳຫຼັບຈຸລະກະຖິນນີ້ ບໍ່ຄ່ອຍມີຄົນນິຍົມເຮັດ ເພາະຜູ້ເຮັດຕ້ອງມີຄວາມຊຳນານຈິ່ງເຮັດໄດ້.
5, ພຣະສົງຜູ້ຄວນຮັບກຣານກະຖິນ
         ໃນວິນັຍ ໄດ້ກຳໜົດໄວ້ວ່າພຣະສົງ ຜູ້ທີ່ເໝາະສົມໃນການຮັບກະຖິນ ຕ້ອງຢູ່ຈຳພັນສາຄົບ 3 ເດືອນ ແລະມີພຣະສົງຈຳພັນສາໃນວັດນັ້ນຢ່າງນ້ອຍ 5 ອົງຂຶ້ນໄປ ຕ່ຳກວ່ານັ້ນໃຊ້ບໍ່ໄດ້ ຄືບໍ່ໄດ້ອານິສົງກະຖິນທັງຜູ້ຮັບ ແລະຜູ້ອະນຸໂມທະນາ ສ່ວນການໃຫ້ຜ້ກະຖິນນັ້ນ ໃນອັຕຖະກະຖາມະຫາວັກ ອະທິບາຍວ່າ ຜ້າກະຖິນນັ້ນສົມຄວນໃຫ້ແກ່ພຣະພິກຂຸຜູ້ມີຜ້າຈີວອນອັນເກົ່າ ຖ້າຫຼາຍອົງໃຫ້ສົມຄວນແກ່ຜູ້ມີພັນສາຫຼາຍ ຖ້າມີພັນສາຫຼາຍດ້ວຍກັນຫຼາຍອົງກໍ່ໃຫ້ຜູ້ທີ່ເປັນມະຫາບູຣຸດ ຫຼືຜູ້ທີ່ສົມຄວນຍົກຍ້ອງ ເປັນຜູ້ມີຂໍ້ວັດປະຕິບັດງົດງາມ ຜ່ອນລົງມາ ສຸດແລ້ວແຕ່ຈະຕົກລົງກັນ ຈະເປັນເຈົ້າອາວາດ ຫຼືພຣະເຖຣະທີ່ຄວນຍົກຍ້ອງນັບຖື ນັບວ່າໄດ້ປະຕິບັດຕາມຄອງແຫ່ງອັຕຖະກະຖາຈານແລ້ວ
       ນອກຈາກນີ້ແລ້ວພຣະພິກຂຸຜູ້ຮັບກະຖິນຄວນຮູ້ ອັດຖະທັມເຊັ່ນ ຮູ້ອານິສົງສ໌ 5 ມີຄື: 1,ຈະໄປໃສບໍ່ຕ້ອງບອກລາພິກຂຸອົງໃດ ອົງໜຶ່ງກໍ່ໄດ້ 2, ຢູ່ປາສະຈາກໄຕຣຈີວອນຜືນໃດຜືນໜຶ່ງກໍ່ໄດ້ ຄື ໄປໃສບໍ່ຕ້ອງເອົາຜ້າໄປຄົບກໍ່ໄດ້ 3, ສັນອາຫານລ້ອມວົງຕັ້ງແຕ່ 4 ອົງຂຶ້ນໄປກໍ່ໄດ້ 4, ເກັບອະຕິເລກຈີວອນ ຄືເກັບຜ້າຈີີວອນໄວ້ຫຼາຍຊຸມກໍ່ໄດ້ 5, ລາບສັກກາລະທີ່ເກິດຂື້ນໃນທີ່ນັ້ນເປັນຂອງພິກຂຸຜູ້ຈຳພັນສາໃນວັດນັ້ນ
ມາຕິກາ 8 ຄືລັກສະນະທີ່ເປັນເຫດໃຫ້ກະຖິນເດາະຫຼື ກະຖິນນັ້ນໃຊ້ບໍ່ໄດ້ ມີຄື: 1, ກຳໜົດດ້ວຍການຫຼີກໄປ 2, ກຳໜົດດ້ວຍຈີວອນເຮັດແລ້ວ 3, ກຳໜົດດ້ວຍຕົກລົງໃຈ (ສັນນິຖານເອົາເອັງ) 4, ກຳໜົດດ້ວຍຜ້າເສຍຫາຍ 5, ກຳໜົດດ້ວຍໄດ້ຍິນຂ່າວ 6, ກຳໜົດດ້ວຍໝົດຫວັງ, 7,ກຳໜົດໄດ້ລ່ວງເຂດ 8, ກຳໜົດດ້ວຍເດາະພ້ອມກັນ.
ແລະປະລິໂພດ 2 : ຄືຄວາມຫ່ວງໃຍ ອາໄລອາວອນມີຄື: 1, ອາວາດປະລິໂພດ  ຄື ພິກຂຸກຣານກະຖິນແລ້ວ ມີອາໄລກັງວົນຢູ່ໃນອາວາດ ຫຼືໄປທີ່ອື່ນແລ້ວກໍ່ຍັງຕັ້ງໃຈວ່າຈະກັບມາວັດເກົ່າຢູ່ ເອີ້ນວ່າອາວາດປະລິໂພດ 2, ຈີວອນປະລິໂພດ ຄືພິກຂຸຍັງບໍ່ໄດ້ເຮັດຈີວອນເລີຍ ຫຼືເຮັດຄ້າງຢູ່ ຫຼືຢູ່ໃນເຂດຂອງຈີວອນຍັງມີຄວາມຫວັງຢູ່ ຊື່ວ່າ ຈີວອນປະລິໂພດ
       ການຖວາຍຜ້າກະຖິນນັ້ນຈະຖວາຍທີ່ສາລາໂຮງທັມ ຫໍແຈກ ຫຼືສິມກໍ່ໄດ້ ແຕ່ການສູດກັມມະວາຈານັ້ນເປັນສັງຄະກັມ ກະທຳໄດ້ແຕ່ໃນສິມຢ່າງດຽວ
       6, ອານິສົງຂອງກະຖິນ
      ອານິສົງ ຄືຜົນທີ່ໄດ້ຈາກການຖວາຍກະຖິນນັ້ນ ດັ່ງທີ່ກ່າວມາແລ້ວ ການຖວາຍຜ້າກະຖິນນັ້ນເປັນການເຮັດບຸນຕາມການ ມີຂອບເຂດໜຶ່ງປີມີເວລາພຽງໜຶ່ງເດືອນ ຜູ້ເປັນເຈົ້າພາບເຈົ້າສັດທາຍ່ອມໄດ້ອານິສົງ 5 ປະການຄື: 1, ເປັນທີ່ຮັກ ເປັນທີ່ຊອບໃຈຂອງຄົນທັງຫຼາຍ 2, ມີກຽດຕິຍົດຊື່ສຽງດັງໄປທົ່ວສາລະທິດ 3, ເປັນຜູ້ແກ້ວກ້າອາດຫານ ບໍສະທົກສະທ້ານເມື່ອໄປສູ່ສະມາຄົມນ້ອຍໃຫຍ່ 4, ບໍ່ຫຼົງຕາຍ ຄືເມື່ອຄວາມຕາຍມາເຖິງກໍ່ຕາຍຢ່າງມີສະຕິ 5, ເມື່ອຕາຍແລ້ວຍ່ອມໄປສູ່ສຸຄະຕິໂລກສະຫວັນ ໂດຍລວມຜູ້ທີ່ເປັນເຈົ້າພາບຖວາຍຍຜ້າກະຖິນນັ້ນນັບວ່າໄດ້ບຳເພັນບຸນກິຣິຍາວັດຖຸ 10 ປະການ ມີການໃຫ້ທານເປັນຕົ້ນ ແລະກະທໍາຄວາມເຫັນໃຫ້ກົງເປັນທີ່ສຸດ.
       ສ່ວນພຣະສົງຜູ້ທີ່ຮັບກະຖິນ ແລະຜູ້ທີ່ອະນຸໂມທະນານັ້ນໄດ້ອານິສົງ 5 ປະການຄືກັບອານິສົງໃນການຈຳພັນສາຄື: 1,ຈະໄປໃສບໍ່ຕ້ອງບອກລາພິກຂຸອົງໃດ ອົງໜຶ່ງກໍ່ໄດ້ 2, ຢູ່ປາສະຈາກໄຕຣຈີວອນຜືນໃດຜືນໜຶ່ງກໍ່ໄດ້ ຄື ໄປໃສບໍ່ຕ້ອງເອົາຜ້າໄປຄົບກໍ່ໄດ້ 3, ສັນອາຫານລ້ອມວົງຕັ້ງແຕ່ 4 ອົງຂຶ້ນໄປກໍ່ໄດ້ 4, ເກັບອະຕິເລກຈີວອນ ຄືເກັບຜ້າຈີີວອນໄວ້ຫຼາຍຊຸມກໍ່ໄດ້ 5, ລາບສັກກາລະທີ່ເກິດຂື້ນໃນທີ່ນັ້ນເປັນຂອງພິກຂຸຜູ້ຈຳພັນສາໃນວັດນັ້ນ ອານິສົງທັງ 5 ນີ້ໄດ້ທັງ ພຣະສົງຜູ້ຮັບກະຖິນແລະອະນຸໂມທະນາກະຖິນ ຢືດໄປຈົນຮອດເດືອນ 4 ເພັງ
       7, ຄະຕິທັມຈາກບຸນກະຖິນ.
      ດັ່ງທີ່ຮູ້ກັນຢູ່ແລ້ວວ່າ ບຸນກະຖິນ ແມ່ນບຸນໜຶ່ງໃນຮອບ 12 ເດືອນຂອງຮີດຄອງລາວ ແລະຍັງເປັນສັງຄະກຳທີ່ສຳຄັນຂອງພຣະສົງ ຕ້ອງມີການກະທຳໃຫ້ຖືກຕ້ອງຕາມວິນັຍບັນຍັດ ນັບແຕ່ສະໄໝພຸດທະການເປັນຕົ້ນມາຮອດສະໄຫມບູຮານຂອງລາວເຮົາ ບຸນກະຖິນກໍ່ຍັງມີຈຸດມຸ້ງໝາຍດຽວຄືເພື່ອເຮັດຜ້າຈີວອນເພື່ອຖວາຍແດ່ພຣະສົງ ອົງໃດອົງໜຶ່ງ ແຕ່ເມື່ອສັງຄົມມີການພັດທະນາ ແລະມຸ່ງມາຍໄປທີ່ວັດຖຸ ປັດໄຈ ໃນຍຸກບໍລິໂພກນິຍົມ ການເຮັດບຸນກະຖິນກໍ່ມີເປົ້າໝາຍປ່ຽນໄປ ຄືມຸ້ງຫວັງເອົາຕົວເງິນເປັນຫຼັກ ເພື່ອມຸ່ງຫວັງເຂົ້າໃສ່ການສ້າງວັດຖຸ ຈົນລືມໄປວ່າ ຄວາມເປັນນກະຖິນທີ່ແທ້ຈິງແມ່ນອັນໃດກັນແທ້ ເລີຍບໍ່ໄດ້ເອົາໃຈໃສ່ໃນເລື່ອງທີ່ເປັນແກ່ນແທ້ ນັ້ນກໍ່ຄືຜ້າຈີວອນ ຫຼືຜ້າເຫຼືອງທີ່ຈະນຳມາຖວາຍສົງ ຍິ່ງປະຈຸບັນຄນເຮົາມັກຄວາມສະດວກສະບາຍ ຜ້າກໍ່ມີຂາຍເຕັມໃນຕະຫຼາດ ແມ່ຄ້າກໍ່ຫົວໃສຫົວການຄ້າ ແຕ່ບໍ່ໄດ້ຄຳນຶງເຖິງບາບ ບຸນ ຄຸນໂທດ ປະໂຫຍດ ແລະບໍ່ແມ່ນປະໂຫຍດ ໄປຫາຜ້າເກົ່າ ົມາຂາຍໃຫມ່ ຜູ້ຊື້ບໍ່ໄດ້ໃຊ້ ກໍ່ເລີຍບໍ່ໄດ້ເລືອກ ບໍ່ໄດ້ລອງ ວ່າແຕ່ເປັນຜ້າເຫຼືອງກໍ່ຊື້ມາໂລດ ສ່ວນຜູ້ໃຊ້ກໍ່ບໍ່ໄດ້ຊື້ ກໍ່ເລີຍໃຊ້ຜ້າເກົ່າໆ ຕາມທີ່ເຂົາຖວາຍມາ ຄວາມສາມັກຄີີຂອງຊາວບ້ານ ແລະພຣະສົງທີ່ຮ່ວມກັດຕັດຜ້າ ຫຍິບຜ້າກໍ່ໝົດໄປ ສ່ວນຜູ້ຮັບກະຖິນ ກໍ່ມຸ່ງໄປທີ່ເຈົ້າອາວາດຜູ້ດຽວ ຜູ້ອື່ນແມ່ນບໍ່ມີສິດ ຈຸດປະສົງທີ່ວ່າຈະມອບຜ້າກະຖິນນີ້ໃຫ້ແກ່ຜູ້ທີ່ມີຜ້າຂາດ ຜ້າເກົ່າກໍ່ໝົດໄປ ນອກຈາກນີ້ຜູ້ທີ່ເປັນເຈົາສັດທາຫຼັກ ກໍ່ຍັງສີ້ນເປືອງລາຍຈ່າຍຫຼາຍພໍສົມຄວນ ໂດຍສະເພາະແມ່ນການຫຼີ້ນ ການກິນແບບຟູມເຟືອຍ ຖວາຍຜ້າກະຖິນໄຕຣໜຶ່ງ ລາຄາ ສອງແສນ ແຕ່ຈ່າຍຄ່າເຫຼົ້າຄ່າເບຍ ເປັນລ້ານ ນີ້ກໍ່ມີຖົມໄປ ເພິ່ນກໍ່ວ່າໄດ້ເຮັດບຸນໃຫຍ່ແລ້ວ ທີ່ຈິງໄດ້ບຸນໜ້ອຍດຽວ ຫຼືບໍ່ໄດ້ບຸນຊ້ຳ ເພາະຫຍັງ? ເພາະບໍ່ເຂົ້າໃຈໃນການເຮັດບຸນ ເຮັດບຸນໄປຫວັງຢ່າງອື່ນ ຫວັງລາບ ສັກກາລະ ຫວັງຊື່ສຽງ ແຕ່ບໍ່ຫວັງໃຫ້ຄວາມໂລບ ຄວາມໂກດ ຄວາມຫລົງທີ່ມີຢູ່ໃນໃຈໃຫ້ໝົດໄປ. ສ່ວນຜູ້ຮັບກໍ່ຍາກທີ່ຈະເຂົ້າໃຈໃນຈຸດປະສົງທີ່ແທ້ ເອົາໄປມາຖາມຫາກະຖິນກໍ່ຖາມຫາເງິນເປັນຫລັກ ກະຖິນປີນີ້ໄດ້ຈັກລ້ານ ຄວນທີ່ຈະຖາມວ່າບໍລິວານກະຖິນປີນີ້ໄດ້ເທົ່າໃດ ກໍ່ບໍ່ຖາມ ນີ້ສະແດງວ່າບໍ່ເຂົ້າໃຈໃນກະຖິນ.
       ຄວາມຈິງໃນຂະບວນແຫ່ກອງກະຖິນ ບູຮານເພິ່ນໄດ້ມີປິດສະໜາທັມໃຫ້ຄິດຫຼາຍຢ່າງ ເຊັ່ນ: ທຸງຮູບສັດຕ່າງ ໆ ມີຮູບທຸງແຂ້ ໝາຍເຖິງຄວາມໂລບ ປາກໃຫຍ່ ກິນຫຼາຍ ບໍ່ມີຍາມພໍ, ທຸງຂີ້ເຂັບ ໝາຍເຖິງຄວາມໂກດ ພິດທີ່ຮ້ອນຮຸນ ເໝືອນຄວາມໂກດແຄ້ນແຜດເຜົາຈິດໃຈ, ນາມັດສາ ນາງປາ ໝາຍເຖິງຄວາມຫຼົງ ຫຼົງໄຫຼໃນຮູບ ໃນສຽງ ໃນກິ່ນ.... ທຸງເຕົ່າ ໝາຍເຖິງຄວນມີສະຕິ ຮັກສາອາຍະຕະນະທັງຫົກໄວ້ ຄືເຕົ່າຮັກສາ ອະໄວຍະວະທັງຫົກຂອງມັນ ໄວ້ໃນອອງເຕົ່າ ທັງໝົດນີ້ເປັນຄະຕິທັມທີ່ເຮົາຄວນນຳມາຄິດ ແລະທຳຄວາມເຂົ້າາໃຈ ເພື່ອຈະໄດ້ອານິສົງທີ່ແທ້ຈິງໃນການຖວາຍຜ້າກະຖິນ.
Description: Untitledvv.jpg       ສະລຸບລວມແລ້ວບຸນກະຖິນ ແມ່ນບຸນຕາມການ ມີຂອບເຂດຈຳກັດ ແລະເປັນສັງຄະກຳທີ່ສຳຄັນທາງພຸດທະສາສະນາ ອັນນຳມາເຊິ່ງຄວາມສາມັກຄີທັງພຣະສົງ ແລະອອກຕົນຍາດໂຍມ ອັນນຳມາເຊິ່ງຄວາມສຸກໂດຍລວມສູ່ສັງຄົມ ສົມດັ່ງພຸດທະພາສິດວ່າ "ສາມັກຄີ ສາມັກຄານັງ ຕະໂປ ສຸໂຂ" ແປວ່າ ຄວາມສາມັກຄີນໍາມາເຊິ່ງຄວາມສຸກ ແຕ່ຄວນທຳຄວາມເຂົ້າໃຈວ່າ ຄວາມສຸກໃນທີ່ນີ້ແມ່ນຄວາມສຸກທີ່ໄດ້ຈາກການສ້າງບຸນ ສ້າງກຸສົນ ເປັນຄວາມສຸກຈາກໃຈທີ່ແທ້ຈິງ ບໍ່ແມ່ນສຸກຂອງຊາວບ້ານ ແບບຊາວບ້ານ ຄື: ເມື່ອມີບຸນນມີງານກໍ່ມີການຊຸມແຊວກັນ ພາກັນດື່ມສຸຣາຢາເມົາ ແລ້ວກໍ່ວ່າມີຄວາມສຸກ ອັນນີ້ເປັນຄວາມສຸກທີ່ອາສັຍສິ່ງທາງນອກ ເປັນສຸກທີ່ນຳມາເຊິ່ງທຸກ ເພາະເມື່ອຫຼິ້ນກິນຈົນເກີນຄວາມຈຳເປັນ ແນ່ນອນການໃຊ້ຈາຍກໍ່ເພິ່ມຂື້ນ ສະນັ້ນການໃຫ້ທານທີ່ຖືກຕ້ອງນັ້ນຄືການທານທີ່ບໍ່ຫວັງສິ່ງຕອບແທນ ທານເພື່ອເສຍສະຫຼະ ບໍ່ແມ່ນທານເພື່ອຫວັງເອົາໜ້າຕາຊື່ສຽງ ສິ່ງນີ້ເປັນເປືອກຂອງການເຮັດບຸນ ສະນັ້ນການເຮັດບຸນກະຖິນທີ່ດີຄວນເປັນບຸນກະຖິນທີ່ດີ ຄວນປອດໄພຈາກສຸຣາຢາເມົາ ເຮັດແນວໃດໃຫ້ໄດ້ບຸນຫຼາຍທີ່ສຸດ ແລະປະຫຍັດທີ່ສຸດແມ່ນຂື້ນກັບຜູ້ເປັນເຈົ້າພາບໃນກອງບຸນນັ້ນເອງ.
                                                                ພຣະອາຈານບຸນທຽນ

                                                             ຮຽບຮຽງ

Comments

Popular posts from this blog

ຄວາມເປັນມາຂອງວັນບຸນອອກພັນສາ

ວັນມາຄະບູຊາ

ບຸນເຂົ້າພັນສາ